leftcenterrightdel
ທ່ານ Joe Biden ໄດ້ປະກາດການແຕ່ງຕັ້ງບຸກຄະລາກອນ. ພາບ: AFP

ເລື່ອງປະກາດບັນດາການແຕ່ງຕັ້ງບຸກຄະລາກອນຫຼັກແຫຼ່ງທຳອິດເຊິ່ງທ່ານ Joe Biden ປະຕິບັດພາຍຫຼັງທີ່ອົງການຄຸ້ມຄອງການບໍລິການສັງລວມ (GSA) “ເປີດໄຟຂຽວ” ເພື່ອໃຫ້ວິວັດການມອບ-ຮັບສິດອຳນາດສາມາດເລີ່ມປະຕິບັດຢ່າງເປັນທາງການ. ກ່າວຄຳເຫັນທີ່ພິທີເຊິ່ງດຳເນີນຢູ່ນະຄອນ Wilmington, ທ່ານ Joe Biden ເນັ້ນໜັກວ່າ: “ຖັນແຖວທີ່ຢູ່ເບື້ອງຫຼັງຂອງຂ້າພະເຈົ້າໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເປັນແກ່ນສານຂອງຂ້າພະເຈົ້າວ່າ ອາເມລິກາ ແມ່ນເຂັ້ມແຂງທີ່ສຸດເມື່ອຮ່ວມມືກັບບັນດາສຳພັນທະມິດຂອງຕົນ. ເບິ່ງລວມແລ້ວ, ຖັນແຖວດັ່ງກ່າວສາມາດຮັບປະກັນຜົນງານດ້ານການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດທີ່ເປັນໜ້າຈົດຈຳທີ່ສຸດໃນໄລຍະຜ່ານມາ ແລະເພື່ອບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນມີບົດຮຽນປະສົບການໃນການເຮັດວຽກກັບບັນດາຄູ່ຮ່ວມມືຂອງພວກເຮົາເປັນເວລານັບສິບປີ”.

ແຫຼ່ງຄັດຈາກ: vovworld.vn