leftcenterrightdel
ເຮືອບິນສູ້ຮົບ F-35B ຂອງ ອາເມລິກາ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານ Dmitry Peskov ເລຂາຝ່າຍສື່ມວນຊົນປະທານາທິບໍດີລັດເຊຍ ກັນຖືວ່າເລື່ອງອາເມລິກາຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດເຮັດໃຫ້ຂໍ້ຕົກລົງນີ້ຄືວ່າບໍ່ມີຄວາມໝາຍ. ກະຊວງການຕ່າງປະເທດ ລັດເຊຍຢັ້ງຢືນວ່າລັດເຊຍຄາດວ່າຈະຊອກຫາບັນດາສິ່ງຄ້ຳປະກັນຢ່າງແນ່ວແນ່ຈາກບັນດາປະເທດທີ່ຍັງຄົງເຂົ້າຮ່ວມສົນທິສັນຍາດັ່ງກ່າວ ເພື່ອປະຕິບັດພັນທະຂອງຕົນ.

ສົນທິສັນຍາທ້ອງຟ້າເປີດໄດ້ລົງນາມແຕ່ປີ 1992 ແລະ ມີຜົນສັກສິດນັບແຕ່ປີ 2002 ເປັນຕົ້ນມາ, ເຊິ່ງອະນຸຍາດໃຫ້ 35 ປະເທດເຂົ້າຮ່ວມລົງນາມ, ລວມມີ ລັດເຊຍ ແລະ ອາເມລິກາ ໄດ້ປະຕິບັດບັນດາຖ້ຽວບິນຕິດຕາມກວດກາໃນນ່ານຟ້າຂອງກັນ. ເຖິງຢ່າງໃດກໍ່ຕາມ, ທັງລັດເຊຍ ແລະ ອາເມລິກາໄດ້ກ່າວຫາກັນຢ່າງເປັນປະຈຳວ່າລະເມີດຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn