leftcenterrightdel
ພາບປະກອບຄັດຈາກ: AFP/ສໍານັກຂ່າວສານຫວຽດນາມ.

ຂໍ້ຕົກລົງດັ່ງກ່າວຄວາມຈິງແມ່ນຖະແຫຼງການຮ່ວມ 3 ຝ່າຍຂັ້ນປະມຸກລັດ, ໂດຍທ່ານປະທານາທິບໍດີອາກເມນີ, ອາແຊັກໄບຊານ ແລະ ລັດເຊຍ ລົງນາມຢ່າງເປັນທາງການ.

ປະຕິກິລິຍາກ່ຽວກັບຂໍ້ຕົກລົງໃໝ່ທີ່ຫາກໍ່ບັນລຸໄດ້ນັ້ນ, ວັນທີ 10 ພະຈິກ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຮຽກຮ້ອງໃຫ້ “ມີມາດຕະການແກ້ໄຂດ້ານການເມືອງຢ່າງຍາວນານ” ໃຫ້ແກ່ການປະທະກັນຢູ່ເຂດ Nagorno – Karabakh. ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາແຊັກໄບຊານ Ilham Aliyev ແລະ ຄູ່ຕຳແໜ່ງຕວັກກີ Tayyip Erdogan ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງສູນຮັກສາສັນຕິພາບລັດເຊຍ - ຕວັກກີ ເພື່ອຕິດຕາມກວດກາຄຳສັ່ງຢຸດຍິງ, ໂດຍຕັ້ງຢູ່ນອກເຂດ Nagorno – Karabakh.

ຄວາມເຄັ່ງຕຶງໄດ້ເກີດຂຶ້ນຢູ່ເຂດນີ້ຄືນໃໝ່ນັບແຕ່ວັນທີ 27 ກັນຍາ ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຄາດວ່າຂຶ້ນເຖິງນັບພັນຄົນ.

ແຫຼ່ງຄັດຈາກ: vovworld.vn