leftcenterrightdel
ທ່ານ Jean-Claude Juncker  ປະທານຄະນະກຳມະການເອີລົບ ແລະທ່ານ Michel Barnier ຫົວໜ້າຄະນະນັກເຈລະຈາ Brexit ຂອງ EU ຢູ່ກອງປະຊຸມຂອງລັດຖະສະພາເອີລົບ ຢູ່ຝະລັ່ງ ໃນວັນທີ 18 ກັນຍາ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Barclay ຢັ້ງຢືນວ່າທ່ານ Jean-claude Juncker ປະທານຄະນະກຳມະການເອີລົບ (EC) ແລະທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ ລ້ວນແຕ່ສົ່ງສານທີ່ຈະແຈ້ງວ່າອັງກິດ ແລະ EU ອາດຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ທ່ານແຈ້ງໃຫ້ຊາບວ່າແຜນການຂອງບັນດາຄະນະນັກເຈລະຈາດ້ານເຕັກນິກຂອງສອງຝ່າຍຈະປະຊຸມໃນອາທິດ ແລະການພົບປະລະຫວ່າງທ່ານນາຍົກລັກຖະມົນຕີ Johnson ແລະທ່ານປະທານສະພາເອີລົບ Donald Tusk ຢູ່ນອກກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສປຊ ໃນອາທິດຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn