ທະນາຄານໂລກ ຄາດຄະເນປະເທດລາວ ຈະຫຼຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາໃນປີ 2026
ກປ.ອອນໄລ - ຫວ່າງມໍ່ໆມານີ້, ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານກ່ຽວກັບເສດຖະກິດລາວ ສະແດງໃຫ້ເຫັນມີສັນຍານທີ່ຕັ້ງໜ້າ ກ່ຽວກັບການຟື້ນຟູເສດຖະກິດມະຫາພາກ, ພ້ອມທັງເນັ້ນໜັກວ່າ ລັດຖະບານລາວ ຄວນສືບຕໍ່ຮັກສາການປະຕິຮູບເພື່ອຫຼຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ (LDC) ໃນປີ 2026 ກໍຄືຫຼຸດຜ່ອນການເພິ່ງພາການຊ່ວຍເຫຼືອຈາກສາກົນ.