leftcenterrightdel
ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີມາເລເຊຍ. ພາບ: REUTERS

ໂດຍຢັ້ງຢືນຂໍ້ມູນນີ້ກັບສື່ມ່ວນຊົນໃນວັນທີ 17 ທັນວາ, ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ການນຳຂອງໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມການປະຊຸມດັ່ງກ່າວ, ພ້ອມກັນນັ້ນກໍ່ໃຫ້ຮູ້ຕື່ມທັດສະນະລວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດອາຊຽນ ຈະສວມບົດບາດສຳຄັນໃນການເກ້ຍກ່ອມ ໃຫ້ທັງສອງຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ ອັນວາ ໄດ້ເວົ້າວ່າ ໄທ ແລະກຳປູເຈຍ ລ້ວນແຕ່ເຫັນດີເປັນເອກະພາບ ກັບກຸ່ມປະເທດສັງເກດການຂອງອາຊຽນ, ໃນນັ້ນ, ທ່ານນາຍົກລັດຖະມົນຕີໄທ ແລະ ກຳປູເຈຍ ລ້ວນແຕ່ຫວັງວ່າ ຈະສາມາດບັນລຸວິທີການແກ້ໄຂໂດຍສັນຕິວິທີໄດ້ຍິ່ງໄວກໍຍິ່ງດີ. ທ່ານ ໄດ້ສະແດງຄວາມຫວັງວ່າບັນດາຝ່າຍຈະສາມາດບັນລຸໄດ້ຂໍ້ຕົກລົງໃນການປະຊຸມ ໃນວັນທີ 22 ທັນວາ.

ແຫຼ່ງຄັດຈາກ: vovworld.vn