ນີ້ແມ່ນຄຳຢັ້ງຢືນຂອງປະລິນຍາເອກ Kao Kim Hourn, ເລຂາທິການໃຫຍ່ອາຊຽນ ເມື່ອຕອບສຳພາດເນື່ອງໃນໂອກາດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາອາຊຽນ ແລະຢ້ຽມຢາມສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 9-11 ມີນາ.

ນັກຂ່າວ: ທ່ານຕີລາຄາຄືແນວໃດ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄະນະເລຂາອາຊຽນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນືື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (1995-2025)?

ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ: ການຢ້ຽມຢາມທາງລັດຖະກິດອິນໂດເນເຊຍ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ຄືການຢ້ຽມຢາມຄະນະເລຂາອາຊຽນຢ່າງເປັນທາງແມ່ນການຢ້ຽມຢາມມີຄວາມໝາຍປະຫວັດສາດ. ທ່ານເລຂາທິການໃຫຍ່ ແມ່ນການນຳສູງສຸດຂອງຫວຽດນາມ, ເຊິ່ງເປັນປະເທດສະມາຊິກອາຊຽນ, ເພາະສະນັ້ນຈຶ່ງສາມາດເອີ້ນໄດ້ວ່າເປັນຜູ້ນຳອາຊຽນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ຍ້ອນເຫດນັ້ນ, ສິ່ງດັ່ງກ່າວມີຄວາມໝາຍພິເສດ. ນີ້ແມ່ນຈຸດພົ້ນເດັ່ນທີ່ສຳຄັນຂອງການຢ້ຽມຢາມ ເພາະວ່າຈະປັບປຸງບົດບາດຂອງຫວຽດນາມ ໃນອາຊຽນ.

leftcenterrightdel
ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ຕອບສໍາພາດ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ຈະມີບົດກ່າວຄຳປາໄສກ່ຽວກັບນະໂຍບາຍທຳອິດ ຕໍ່ບັນດາເຈົ້າໜ້າທີ່ຂອງຄະນະເລຂາອາຊຽນ, ຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດສະມາຊິກ ປະຈຳ ອາຊຽນ, ເອກອັກຄະລັດຖະທູດບັນດາຄູ່ຮ່ວມມືເຈລະຈາ, ບັນດາຄູ່ຮ່ວມມືເຈລະຈາຕາມຂົງເຂດ, ບັນດາຄູ່ຮ່ວມມືພັດທະນາ ແລະຄູ່ຮ່ວມມືພາຍນອກ ທີ່ມີອົງການຕາງໜ້າ ປະຈໍາອາຊຽນ, ກໍຄືບັນດາການນໍາວິສາຫະກິດ. ຍ້ອນເຫດນັ້ນ, ຂ້າພະເຈົ້າຖືວ່າ ສິ່ງດັ່ງກ່າວມີຄວາມໝາຍສຳຄັນທີ່ບໍ່ເຄີຍມີມາກ່ອນ, ເພາະວ່າ ຫວຽດນາມ ຍາມໃດກໍ່ສວມບົດບາດຕັ້ງໜ້າ ແລະເປັນເຈົ້າການ. ຂ້າພະເຈົ້າດີໃຈເມື່ອເຫັນວ່າ ຫວຽດນາມ ຖືອາຊຽນ ເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

ປີນີ້ຍັງມີຂີດໝາຍປະຫວັດສາດອື່ນອີກ ສຳລັບອາຊຽນ, ເພາະວ່າພວກເຮົາພວມກ້າວເຂົ້າສູ່ໄລຍະສຸດທ້າຍຂອງວິໄສທັດປະຊາຄົມອາຊຽນ 2025 ແລະ ໃນເດືອນພຶດສະພາປີນີ້, ບັນດາຜູ້ນຳຈະເລີ່ມດຳເນີນວິໄສທັດໃຫ້ໄລຍະ 20 ປີຕໍ່ໄປ - ວິໄສທັດປະຊາຄົມອາຊຽນ 2045, ດ້ວຍ 4 ແຜນການຍຸດທະສາດໃໝ່. ສະນັ້ນ, ການຢ້ຽມຢາມດໍາເນີນກົງກັບໂອກາດ ແລະມີລັກສະນະຍຸດທະສາດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະຍົກສູງພາບພົດ, ອິດທະພົນຊື່ສຽງ ແລະວິໄສທັດຂອງອາຊຽນ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນທົ່ວໂລກ. ເພາະສະນັ້ນ ຂ້າພະເຈົ້າຖືວ່າ ນີ້ແມ່ນການປະກອບສ່ວນສຳຄັນອື່ນອີກຂອງຫວຽດນາມ ໃຫ້ອາຊຽນ. ໃນນັ້ນບົດກ່າວປາໄສນະໂຍບາຍ ຈະຊ່ວຍກໍານົດທິດທາງໃຫ້ອາຊຽນ ແລະເສັ້ນທາງທີ່ອາຊຽນ ພວມມຸ່ງໄປເຖິງ.

ນັກຂ່າວ: ຂໍທ່ານໃຫ້ຮູ້ ໃນໄລຍະ 30 ປີຜ່ານມາ, ຫວຽດນາມ ມີບົດບາດ ແລະ ມີການປະກອບສ່ວນໃດແດ່ໃຫ້ເປົ້າໝາຍລວມຂອງອາຊຽນ?

ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ: ໃນໄລຍະ 30 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນອາຊຽນ, ຊຸກຍູ້ການເປີດກວ້າງ ແລະການພັດທະນາວັດທະນາຖາວອນຂອງອາຊຽນ, ເພີ່ມທະວີການພົວພັນຕ່າງປະເທດຂອງກຸ່ມ, ພິເສດແມ່ນການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ. ຍ້ອນເຫດນັ້ນ, ການພົວພັນຕ່າງປະເທດໄດ້ຮັບການເພີ່ມທະວີກວ່າອີກ.

ຂ້າພະເຈົ້າຖືວ່າ, ປະຈຸບັນ ຫວຽດນາມ ແມ່ນປະເທດສະມາຊິກສຳຄັນທີ່ສຸດ, ເພາະວ່າການພັດທະນາ, ການຫັນປ່ຽນ ແລະການເຕີບໂຕຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າອາຊຽນ ໃນທຸກຂົງເຂດ, ຫັນ ຫວຽດນາມ ກາຍເປັນພາກສ່ວນອັນສຳຄັນທາງດ້ານການເມືອງ, ການທູດ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ຈາກນັ້ນຊ່ວຍໃຫ້ອາຊຽນ ໝັ້ນຄົງເຂັ້ມແຂງ, ສ້າງເຂັ້ມແຂງດ້ວຍຕົນເອງ ແລະຂະຫຍັນຂັນເຄື່ອນກ່ວາ.

ຫວຽດນາມ ໄດ້ເສີມບົດບາດຂອງອາຊຽນ, ບໍ່ພຽງແຕ່ຢູ່ໃນລະດັບພາກພື້ນເທົ່ານັ້ນ ຫາກຍັງຢູ່ໃນທົ່ວໂລກອີກດ້ວຍ, ເມື່ອອາຊຽນ ຊອກຫາວິທີເປີດກວ້າງບົດບາດຂອງຕົນ ຢູ່ພາກພື້ນ ຜ່ານບັນດາກົນໄກໂດຍອາຊຽນ ຊັກຈູງ. ຕົວຢ່າງຄື, ບົດບາດຂອງຫວຽດນາມ ໃນການຄ້າທົ່ວໂລກ, ການປະກອບ ສ່ວນຂອງຫວຽດນາມ ເຂົ້າໃນການພັດທະນາເສດຖະກິດໃນອາຊຽນ ແມ່ນສິ່ງສຳຄັນທີ່ສຸດ.

ສິ່ງທັງໝົດເຫຼົ່ານັ້ນ, ຂ້າພະເຈົ້າຄິດວ່າໄດ້ສະແດງໃຫ້ເຫັນບົດບາດຂອງຫວຽດນາມ. ພິເສດ, ປະຊາກອນຂອງຫວຽດນາມ ຢືນອັນດັບທີ 3  ໃນອາຊຽນ, ຖັດຈາກແມ່ນ ອິນໂດເນເຊຍ ແລະ ຟີລິບປິນ. ປະຈຸບັນ ຫວຽດນາມ ມີປະຊາກອນປະມານ 100 ລ້ານຄົນ, ດ້ວຍຊັບພະຍາກອນມະນຸດທີ່ອຸດົມສົມບູນ. ສະນັ້ນ, ຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຜົນສະທ້ອນທີ່ສຸດຂອງອາຊຽນ.

ນັກຂ່າວ: ຕາມທ່ານແລ້ວ, ຫວຽດນາມ ແລະ ອາຊຽນ ຄວນເຮັດຫຍັງແດ່ ແລະສຸມໃສ່ຂົງເຂດຮ່ວມມືໃດແດ່ ເພື່ອຊຸກຍູ້ວິໄສທັດປະຊາຄົມອາຊຽນ 2045 ດ້ວຍເປົ້າໝາຍແມ່ນກໍ່ສ້າງປະຊາຄົມອາຊຽນຍືນຍົງ, ປະດິດຄິດສ້າງ ແລະ ຂະຫຍັນຂັນເຄື່ອນ ແລະຖືປະຊາຊົນເປັນໃຈກາງ?

ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ: ເມື່ອພວກເຮົາຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ດ້ວຍ 4 ແຜນການຍຸດທະສາດໃໝ່ ແລະມຸ່ງໄປເຖິງການປະຕິບັດວິໄສທັດດັ່ງກ່າວໃຫ້ປະກົດຜົນເປັນຈິງນັ້ນ, ທັງ 10 ປະເທດສະມາຊິກຈະມີການປະກອບສ່ວນສະເພາະຂອງຕົນ. ຂ້າພະເຈົ້າຖືວ່າ ຫວຽດນາມ ຍາມໃດກໍ່ຕັ້ງໜ້າ ແລະເປັນເຈົ້າການໜູນຊ່ວຍວຽກງານອາຊຽນ ຕາມຫຼາຍວິທີທີ່ແຕກຕ່າງກັນ, ຜ່ານເສດຖະກິດ, ການທູດ, ຄວາມໝັ້ນຄົງ, ການເມືອງ, ວັດທະນະທຳ, ສັງຄົມ.

ຫວຽດນາມ ບໍ່ພຽງແຕ່ມີກາລະໂອກາດຫຼາຍຢ່າງເທົ່ານັ້ນ ຫາກຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງອີກດ້ວຍ. ໃນຕະຫຼອດໄລຍະ 30 ປີຜ່ານມາ, ຫວຽດນາມ ໄດ້ປະຕິບັດຫຼາຍສິ່ງ. ໃນ 20 ປີຈະມາເຖິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຍັງຄົງຕັ້ງໜ້າ ແລະໜູນຊ່ວຍກຸ່ມຫັນປະຊາຄົມອາຊຽນ ທີ່ຂະຫຍັນຂັນເຄື່ອນ, ປະດິດສ້າງ, ມີຄວາມເຂັ້ມແຂງດ້ວຍຕົນເອງ, ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ.

ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ກ່ອນອື່ນໝົດ ຂ້າພະເຈົ້າຖືວ່າ ຕ້ອງເຮັດວຽກງານຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຊຸກຍູ້ການພັດທະນາເສດຖະກິດໃຫ້ເປັນຢ່າງດີ, ກໍຄືຮັບປະກັນໃຫ້ອາຊຽນ ສືບຕໍ່ມີທັດສະນະເປັນເອກະພາບ. ຍ້ອນວ່າ ປະຈຸບັນ ອາຊຽນ ພວມພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍແມ່ນພື້ນຖານເສດຖະກິດຢືນອັນດັບທີ 9, ປະຈຸບັນໄດ້ຢືນອັນດັບທີ 5, ພວກຂ້າພະເຈົ້າຫວັງວ່າ ອາຊຽນ ຈະຢືນອັນດັບທີ 4 ໃນປີ 2030. ສິ່ງດັ່ງກ່າວໝາຍຄວາມວ່າ ທຸກປະເທດສະມາຊິກຈະສວມບົດບາດສຳຄັນ, ພິເສດແມ່ນ ຫວຽດນາມ ຈະມີບົດບາດຫຼັກແຫຼ່ງໃນບັນຫານີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ການປະກອບສ່ວນຢ່າງຕັ້ງໜ້າໃຫ້ກຸ່ມແມ່ນເພື່ອຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ, ລວມທັງຫວຽດນາມ. ເພາະວ່າອາຊຽນ ໝັ້ນຄົງເຂັ້ມແຂງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນສິ່ງທີ່ດີໃຫ້ທຸກປະເທດສະມາຊິກອາຊຽນ, ພິເສດແມ່ນສໍາລັບພົນລະເມືອຂອງກຸ່ມ. ສະນັ້ນ, ບັນດາປະເທດສະມາຊິກ, ລວມທັງຫວຽດນາມ ສືບຕໍ່ລົງທຶນຊັບພະຍາກອນເຂົ້າພົນລະເມືອງຂອງຕົນ, ພົນລະເມືອງອາຊຽນ ແມ່ນດີທີ່ສຸດ. ຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາຢາກເຫັນນັ້ນແມ່ນ: ອາຊຽນໝັ້ນຄົງເຂັ້ມແຂງ. ຫວຽດນາມ ໝັ້ນຄົງເຂັ້ມແຂງ ໝາຍຄວາມວ່າ ອາຊຽນໝັ້ນຄົງເຂັ້ມແຂງແລະກົງກັນຂ້າມ.

ຂ້າພະເຈົ້າຢາກເນັ້ນໜັກວ່າ ຫວຽດນາມ ມີບັນດາຜູ້ນຳດີເດັ່ນ, ມີຄວາມສາມາດມອງກວ້າງເຫັນໄກ. ເຂົາເຈົ້າໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາດ ການອຸທິດສ່ວນຂອງຕົນໃຫ້ອາຊຽນ. ແລະຕາມທັດສະນະຂອງຂ້າພະເຈົ້າ, ອາຊຽນ ຍາມໃດກໍ່ແມ່ນພາກສ່ວນໜຶ່ງໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດສະມາຊິກ, ລວມທັງຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານເລຂາທິການໃຫຍ່ອາຊຽນ!

ໂດຍ: ທູຈາງ