ຫວຽດນາມ ເປັນປະທານກອງປະຊຸມກຸ່ມຮັບຜິດຊອບຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ
ກປ.ອອນໄລ - ວັນທີ 5 ມີນາ, ຢູ່ສໍານັກງານເລຂາທິການອາຊຽນ ປະຈໍາ ອິນໂດເນເຊຍ, ທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ໄດ້ເປັນປະທານກອງປະຊຸມຄັ້ງທີ 75 ຂອງກຸ່ມຮັບຜິດຊອບຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI). ນີ້ແມ່ນກອງປະຊຸມຄັ້ງທຳອິດ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນບົດບາດປະທານກຸ່ມຮັບຜິດຊອບ IAI 2025.