ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ; ປີ 2025 ເປັນຂີດໝາຍ 3 ທົດສະວັດ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ ແລະຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດອາຊຽນ ໃນການສ້າງປະຊາຄົມອາຊຽນ ທີ່ສາມັກຄີ, ເຂັ້ມແຂງ, ມີບົດບາດ ແລະທີ່ຕັ້ງນັບມື້ນັບສູງໃນໂລກ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ Chea Kimtha ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈໍາຫວຽດນາມ. ພາບ: qdnd.vn

ທ່ານ ເລືອງເກື່ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ ແລະອຸປະທູດຈະແມ່ນຂົວຕໍ່ສຳຄັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຫຼາຍກວ່າອີກ, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານຂອງສັນຕິພາບ, ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະພາກພື້ນອາຊີ-ປາຊີຟິກ-ມະຫາສະໝຸດອິນເດຍ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດ ແລະອຸປະທູດບັນດາປະເທດອາຊຽນ ແລະຕີມໍ ແລັດສະເຕ ປະຈຳ ຫວຽດນາມ. ພາບ: qdnd.vn

ຕາງໜ້າໃຫ້ເອກອັກຄະລັດຖະທູດ ແລະອຸປະທູດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ປະຈໍາ ຫວຽດນາມ, ເນື່ອງໃນໂອກາດປີໃໝ່, ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດມາເລເຊຍ, ປະເທດທີ່ກຳລັງດຳລົງຕຳແໜ່ງປະທານອາຊຽນ 2025 ໄດ້ສົ່ງຄຳອວຍພອນ ແລະຄຳຢື້ຢາມຖາມຂ່າວຂອງການນຳຂັ້ນສູງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ມາຍັງທ່ານປະທານປະເທດຫວຽດນາມ, ອວຍພອນໃຫ້ປະເທດຫວຽດນາມ ສືບຕໍ່ເປັນແບບຢ່າງທີ່ປະສົບຜົນສໍາເລັດທີ່ສຸດຢູ່ພາກພື້ນ. ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດຫວຽດນາມ, ບັນດາເອກອັກຄະລັດຖະທູດ ແລະອຸປະທູດໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມປະຕິບັດຕາມຄຳໝັ້ນສັນຍາ; ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ.

ໂດຍ: ທູຈາງ