ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14
ກປ.ອອນໄລ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ກ່ຽວຈີງ |
ດ້ວຍຫົວຂໍ້ “ຫວນຄືນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ ແລະປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ”, ກອງປະຊຸມໄດ້ຢັ້ງຢືນຄວາມໝາຍ ແລະຄວາມສຳຄັນຂອງຂໍ້ລິເລີ່ມໃນການເພີ່ມທະວີການຮ່ວມມື ອາຊຽນ-ຍີ່ປຸ່ນ ໂດຍກະຊວງປ້ອງກັນປະເທດ ສະເໜີ, ໃນນັ້ນມີ ຂໍ້ລິເລີ່ມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ (JASMINE) ສຳລັບການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ. ໄປພ້ອມກັບການເຄື່ອນໄຫວຮ່ວມມືທີ່ແທດຈິງຕ່າງໆນັ້ນ, ຂໍ້ລິເລີ່ມ JASMINE ໄດ້ຢືນຢັນຄຳໝັ້ນສັນຍາຂອງ ຍີ່ປຸ່ນ ແລະບັນດາປະເທດອາຊຽນ ໃນການເພີ່ມທະວີຄວາມສາມັກຄີ, ແບ່ງປັນ ແລະການຮ່ວມມືທີ່ແທດຈິງເພື່ອຜ່ານຜ່າສິ່ງທ້າທາຍ, ຊອກຫາກາລະໂອກາດ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກ່ຽວຈີງ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຕື້ອງເຖິງ 3 ເນື້ອໃນສຳຄັນ. ທີໜຶ່ງ, ແມ່ນກ່ຽວກັບສະພາບແວດລ້ອມຄວາມໝັ້ນຄົງໃນປະຈຸບັນທີ່ສົ່ງຜົນສະທ້ອນເຖິງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ. ໃນສະພາບການນັ້ນ, ກອງປະຊຸມ ADMM+ ໄດ້ ແລະພວມພິສູດໃຫ້ເຫັນວ່າມີປະສິດທິຜົນໃນການຄຸ້ມຄອງຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການເຈລະຈາ ແລະການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ. ທີສອງ, ແມ່ນກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ປີ 2024, ຍີ່ປຸ່ນ ໄດ້ຕັ້ງໜ້າຊຸກຍູ້ການເຄື່ອນໄຫວທີ່ແທດຈິງໃນຂອບເຂດການຮ່ວມມືຢ່າງຮອບດ້ານກັບອາຊຽນ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານຮ່ວມພ້ອມກັບກະຊວງປ້ອງກັນປະເທດຍີ່ປຸ່ນ ຈັດຕັ້ງໂຄງການໜູນຊ່ວຍຍົກສູງ ກຳລັງຄວາມສາມາດໃນການຮັກສາຄວາມປອດໄພດ້ານໄຊເບີ ຍີ່ປຸ່ນ-ອາຊຽນ ໃນເດືອນ ກໍລະກົດ 2024 ຢູ່ຫວຽດນາມ ປະສົບຜົນສໍາເລັດ. ທີສາມ, ກ່ຽວກັບທິດທາງຊຸກຍູ້ການຮ່ວມມື ອາຊຽນ-ຍີ່ປຸ່ນ ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເນັ້ນໜັກເຖິງການຮັກສາການເຈລະຈາ, ປຶກສາຫາລືຂັ້ນສູງຢູ່ບັນດາກົນໄກ, ຄື: ການພົບປະບໍ່ເປັນທາງການລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ແລະກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນກົນໄກພາກພື້ນ ແລະສາກົນເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບພາກພື້ນ, ເປັນຕົ້ນແມ່ນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ່ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ...
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14. ພາບ: ກ່ຽວຈີງ |
ແລະກໍ່ໃນວັນດຽວກັນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນມາເລເຊຍ, ໄທ, ລາວ ແລະພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນກໍາປູເຈຍ.
ໂດຍ: ເຈິ່ນຮວ່ຽນ