ກໍານົດທິດທາງ
ປີ 2025, ພາກພື້ນອາຊີ-ປາຊີຟິກສືບຕໍ່ເປັນຈຸດໃຈກາງຂອງໂລກ, ເປັນບ່ອນທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດ, ກໍ່ຄືຕໍ່ໜ້າການແກ່ງແຍ້ງຢ່າງດຸເດືອດຂອງບັນດາປະເທດໃຫຍ່ ແລະມີຫຼາຍຈຸດຮ້ອນເຮັ່ງ, ສັບສົນ. ປີນີ້ກໍ່ແມ່ນປີທຳອິດທີ່ອາຊຽນ ມຸ່ງໄປເຖິງວິໄສທັດປະຊາຄົມ 2045 ພາຍຫຼັງວິໄສທັດປະຊາຄົມ 2025. ພາຍໃຕ້ບົດບາດປະທານອາຊຽນໃນປີ 2025 ຂອງມາເລເຊຍ, ອາຊຽນ ຈະຕ້ອງມານະພະຍາຍາມວາງທິດທາງປັບປຸງບົດບາດໃຈກາງ, ແກ້ໄຂບັນຫາພາຍໃນກຸ່ມທີ່ສັບສົນເພື່ອສືບຕໍ່ເປັນກົນໄກຫຼາຍຝ່າຍທີ່ຈັບອົກຈັບໃຈຂອງພາກພື້ນ ແລະໃນໂລກ. ປະຈຸບັນ, ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງມາເລເຊຍ ແມ່ນສ້າງແຜນການຍຸດທະສາດປະຊາຄົມເສດຖະກິດອາຊຽນ (AEC) ໄລຍະ 2026-2030, ຮັບປະກັນວ່າ, ແຜນການນີ້ສອດຄ່ອງກັບເປົ້າໝາຍລວມຂອງວິໄສທັດປະຊາຄົມອາຊຽນ 2045.
    |
 |
ການນໍາບັນດາປະເທດອາຊຽນ ທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຢູ່ນະຄອນຫຼວງວຽງຈັນ, ລາວ ໃນເດືອນຕຸລາ 2024. ພາບ: VGP |
ໂດຍໄດ້ຮູ້ມາວ່າ ວິໄສທັດປະຊາຄົມອາຊຽນ 2045 ຈະໄດ້ຮັບການສືບທອດພາຍຫຼັງ AEC 2025 ສິ້ນສຸດລົງ. ໂດຍຕ່າງກັບຂອບເຂດກ່ອນໜ້ານັ້ນ, ວິໄສທັດໃນຄັ້ງນີ້ຈະແກ່ຍາວໄປເຖິງ 20 ປີແຕ່ຈະໄດ້ຮັບການຜັນຂະຫຍາຍຜ່ານໄລຍະຍຸດທະສາດ 5 ປີເພື່ອປັບຕົວເຂົ້າກັບການພັດທະນາເສດຖະກິດ ແລະເຕັກໂນໂລຢີຢ່າງວ່ອງໄວ. ເປົ້າໝາຍສຳຄັນທີ່ສຸດແມ່ນຢືນຢັນຖານະເປັນໃຈກາງຂອງອາຊຽນ ໃນໂລກທີ່ນັບມື້ນັບມີການແບ່ງແຍກ ແລະສະພາບພູມີສາດການເມືອງພວມປ່ຽນແປງ. ຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະບົດບາດສຳຄັນຂອງອາຊຽນ ຢູ່ໃນໂລກຫຼາຍຂົ້ວນີ້ຈະຂຶ້ນກັບຄວາມສາມາດໃນການປັບຕົວເຂົ້າກັບຄວາມເປັນຈິງໃໝ່, ພ້ອມທັງຍຶດໝັ້ນຕໍ່ຫຼັກການພື້ນຖານກ່ຽວກັບການຮ່ວມມື, ເປີດອົກເປີດໃຈ, ກວມລວມ, ຢູ່ຮ່ວມກັນໂດຍສັນຕິ, ບໍ່ແຊກແຊງ ແລະເຄົາລົບກົດໝາຍສາກົນ. ປີນີ້, ໃນຖານະເປັນປະທານອາຊຽນ, ມາເລເຊຍ ໄດ້ເລືອກເອົາຫົວຂໍ້ “ກວມລວມ ແລະຍືນຍົງ”, ສະແດງໃຫ້ເຫັນເຈດຈຳນົງຢາກຢືນຢັນຈິດໃຈຂອງປະຊາຄົມສາມັກຄີ, ເຫັນດີເປັນເອກະພາບ, ແບ່ງປັນຄວາມຮັບຜິດຊອບລວມ ແລະມຸ່ງໄປເຖິງປະຊາຊົນ...
ລຸ້ນໜຸ່ມຕັດສິນຜົນງານໃນອະນາຄົດ
ນັກຮຽນຮູ້ Kavi Chongkittavorn, ນັກຊ່ຽວຊານໄທ ກ່ຽວກັບບັນຫາພາກພື້ນໃຫ້ຮູ້ວ່າ, ວິໄສທັດອາຊຽນ 2045 ໄດ້ໄລ່ອອກມາມີ 17 ບັນຫາທີ່ກໍານົດອະນາຄົດຂອງອາຊຽນ, ໃນນັ້ນມີ ດີຈີຕອນ, ຄວາມປອດໄພດ້ານໄຊເບີ, ປັນຍາປະດິດ (AI), ຄວາມສາມາດຟື້ນຟູຂອງລະບົບຕອບສະໜອງ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະພະລັງງານ, ຂໍ້ລິເລີ່ມເສດຖະກິດສີຂຽວ, ການເຊື່ອມຕໍ່... ວິໄສທັດເຫຼົ່ານີ້ໄດ້ເນັ້ນໜັກເຖິງການຮັກສາຄວາມສາມາດບໍລິຫານທີ່ດີ, ສິດທິມະນຸດ ແລະອຳນາດກົດໝາຍໃນຂະນະທີ່ຖືພົນລະເມືອງອາຊຽນ ເປັນໃຈກາງ.
    |
 |
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ, ປະທານອາຊຽນ ປີ 2024 (ເບື້ອງຊ້າຍ) ມອບຄ້ອນຕີປະທານອາຊຽນ 2025 ໃຫ້ມາເລເຊຍ. ພາບ: VGP |
ວິໄສທັດລວມກໍ່ສະແດງໃຫ້ເຫັນຄວາມມານະພະຍາຍາມສ້າງຕະຫຼາດວັດທະນາຖາວອນດຽວ ໄດ້ຮັບການຊຸກຍູ້ໂດຍອີງໃສ່ລັກສະນະທີ່ຍືນຍົງ, ນະວັດຕະກໍາ ແລະຊັບພະຍາກອນມະນຸດທີ່ມີສີມືແຮງງານສູງ. ເມື່ອພິຈາລະນາຈາກແງ່ມູມຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກທີ່ກວ້າງໃຫຍ່ກວ່າ, ອາຊຽນ ວາງເປົ້າໝາຍກາຍເປັນກຸ່ມທີ່ມີສະຖຽນລະພາບໃນສະພາບທີ່ສິ່ງທ້າທາຍດ້ານພູມສາດການເມືອງ ແລະເສດຖະກິດ-ສັງຄົມ. ສະນັ້ນ, ຄວນເພີ່ມທະວີການສ້າງຄວາມສາມາດຂອງກອງເລຂາອາຊຽນ ເພື່ອຍົກສູງປະສິດທິຜົນໃນການຕັດສິນໃຈ ແລະການລະດົມແຫຼ່ງກຳລັງ.
ກໍ່ຕາມນັກຊ່ຽວຊານ Chongkittavorn ແລ້ວ, ມາເລເຊຍ ປະທານອາຊຽນ ປີ 2025 ຄວນພັດທະນາຫຼາຍແຜນຍຸດທະສາດການສື່ສານທີ່ແຕກຕ່າງກັນເພື່ອເຂົ້າເຖິງສື່ມວນຊົນຂອງຫຼາຍຝ່າຍທີ່ກ່ຽວຂ້ອງ. ຜູ້ມີອິດທິພົນ ຫຼື ຜູ້ສ້າງເນື້ອໃນລ້ວນແຕ່ມີຜົນກະທົບຕໍ່ຄວາມພະຍາຍາມໃນໄລຍະຍາວຂອງອາຊຽນ ໂດຍຜ່ານຄຼິບວີດີໂອສັ້ນໃນລະບົບຂອງເຂົາເຈົ້າ.
ປະທານອາຊຽນ ແລະປະຊາຄົມສື່ມວນຊົນຕ້ອງສົມທົບກັນຢ່າງແໜ້ນແຟ້ນ. ຍ້ອນວ່າ ຄົນຮຸ່ນໜຸ່ມນໍາໜ້າທ່າອ່ຽງໃໝ່ດ້ວຍວິໄສທັດທີ່ກວ້າງໄກ, ລວມມີທັງພາກເອກະຊົນ ແລະອົງການຈັດຕັ້ງສັງຄົມຕ່າງໆກໍ່ສາມາດປະຕິບັດຕາມ. ໃນຂະນະນັ້ນ, ໂຄງການວິໄສທັດໃໝ່ມີຄວາມຈຳເປັນຫຼາຍໃຫ້ອາຊຽນປະກົດຕົວ. ຊາວໜຸ່ມອາຊຽນສາມາດ ອຸປະຖໍາ ແລະໜູນຊ່ວຍໂຄງການໃໝ່ນີ້.
ໃນສະພາບການແກ່ງແຍ້ງໃນໂລກເພີ່ມຂຶ້ນ ແລະຄວາມເຄັ່ງຕຶງປີນຂັ້ນໄດຢູ່ຕາເວັນອອກກາງ ແລະບັນຫາເຄັ່ງຮ້ອນອີກຈຳນວນໜຶ່ງ, ປະຊາຄົມອາຊຽນ ຄວນມີການຊີ້ນຳ ແລະກໍາລັງໜູນຢ່າງແຂງແຮງກວ່າເພື່ອສະກັດກັ້ນທ່າອ່ຽງຂອງການນຳໃຊ້ກຳລັງຮຸນແຮງນັບມື້ນັບເພີ່ມຂຶ້ນ.
ໜ້າທີ່ນີ້ແມ່ນຈຳເປັນ ເພື່ອປົກປັກຮັກສາຜົນປະໂຫຍດຂອງພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກໃນປີ 2030. ຄຽງຂ້າງນັ້ນ, ປະຊາຄົມອາຊຽນທີ່ຫາກໍ່ພົ້ນເດັ່ນຍັງຕ້ອງໄດ້ປັບປຸງໃນທຸກລະດັບການເຂົ້າຮ່ວມ ເພື່ອໃຫ້ຄົນລຸ້ນຫຼັງສາມາດຕີລາຄາສູງຄຸນຄ່າຂອງອາຊຽນເຊື່ອມໂຍງກວ່າ.
ເມື່ອເບິ່ງຄືນໃນຊຸມປີຜ່ານມາ, ວິໄສທັດປະຊາຄົມອາຊຽນ 2025 ເກືອບຈະສຳເລັດພາຍຫຼັງໜຶ່ງທົດສະວັດທີ່ມານະພະຍາຍາມກໍ່ສ້າງປະຊາຄົມ. ຍັງມີບາງສ່ວນຕ້ອງໄດ້ຮັບການປັບປຸງໃຫ້ສົມບູນ ແລະບາງໂຄງການຍັງບໍ່ທັນໄດ້ບັນລຸຄວາມຄືບໜ້າທີ່ໄດ້ວາງອອກ. ບັນດາປັດໄຈນີ້ຈະສືບຕໍ່ປາກົດຢູ່ໃນແຜນການຍຸດທະສາດໃໝ່. ການຕິດຕາມກວດກາ ແລະຕີລາຄາແຜນການກະທໍາຍັງເປັນສິ່ງທີ່ຈໍາເປັນ. ອາຊຽນ ສາມາດມີຄວາມພາກພູມໃຈ ແລະຫວັງວ່າ, ໃນ 20 ປີຂ້າງໜ້າ, ກຸ່ມອາຊຽນ ຈະກຽມພ້ອມປະເຊີນໜ້າກັບທ່າອ່ຽງໃຫຍ່ໃໝ່.
ໂດຍ: ເຈິ່ນຮວ່ຽນ