ສະຖານທີ່ດຶງດູດ
ນັບແຕ່ດົນນານມາແລ້ວ ອາຊຽນ ໄດ້ເປັນພາກພື້ນທີ່ດຶງດູດການລົງທຶນຍ້ອນບັນດາຕະຫຼາດໃຫຍ່, ພັດທະນາຢ່າງວ່ອງໄວ; ພົນລະເມືອງໜຸ່ມ, ທີ່ມີຄວາມຮູ້ທາງດ້ານເຕັກໂນໂລຢີ; ຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ; ສີສັນວັດທະນະທຳຫຼາຍຮູບຫຼາຍແບບ... ນີ້ກໍ່ແມ່ນພື້ນຖານສຳຄັນເພື່ອອາຊຽນ ນັບມື້ນັບດຶງດູດການລົງທຶນ.
ບັນດາການນຳອາຊຽນ ຍາມໃດກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາດ້ວຍຄຸນຄ່າຫຼັກ, ກໍ່ຄືບັນດາແຜນການມັກໃຫຍ່ໃຝ່ສູງຂອງກຸ່ມ.
ຫວ່າງມໍ່ໆມານີ້, ສື່ມວນຊົນສາກົນໄດ້ລົງບົດວິເຄາະຫຼາຍສະບັບ, ຕີລາຄາ, ໃນນັ້ນຊີ້ແຈ້ງເນື້ອໃນກ່ຽວກັບເລື່ອງອາຊຽນ ພວມກາຍເປັນດິນແດນທີ່ເຕັມໄປດ້ວຍພະລັງຊີວິດ, ດຶງດູດການລົງທຶນຈາກທົ່ວໂລກ. ອາຊຽນ ນັບມື້ນັບມີເປົ້າໝາຍມັກໃຫຍ່ໃຝ່ສູງກວ່າ, ມີວິໄສທັດກວ້າງກວ່າ, ດ້ວຍການເຕີບໂຕອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະດີຈີຕອນ.
    |
 |
ບັນດາການນຳທີ່ວາລະປຶກສາຫາລື “ອາຊຽນ: ສະໜິດຕິດພັນເພື່ອກ້າວໄປ”. ພາບ: VGP |
ອາຊຽນ ຍາມໃດກໍ່ໄດ້ຈັດອັນດັບແມ່ນໜຶ່ງໃນບັນດາປະເທດໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດແຖວໜ້າໃນ 3 ປີລຽນຕິດ ແລະບັນລຸລະດັບສະຖິຕິແມ່ນ 230 ຕື້ໂດລາສະຫະລັດໃນປີ 2023, ເຖິງວ່າໂລກພວມລົດໜ້ອຍຖອຍລົງກໍ່ຕາມ. ການຄ້າຂອງອາຊຽນ ຄາດວ່າຈະເຕີບໂຕດ້ວຍລະດັບ 1.200 ຕື້ໂດລາສະຫະລັດ ໃນທົດສະວັດຕໍ່ໄປ, ດ້ວຍວົງເງິນສົ່ງອອກເພີ່ມຂຶ້ນເກືອບ 90%, ເມື່ອທຽບໃສ່ການເຕີບໂຕດ້ານການຄ້າທົ່ວໂລກແມ່ນຕໍ່າກວ່າ 30%. ທ່າອ່ຽງເສດຖະກິດມະຫາພາກສະແດງໃຫ້ເຫັນວ່າຍອດຜະລິດຕະພັນພາຍໃນຂອງອາຊຽນ ເພີ່ມຂຶ້ນ 3.800 ຕື້ໂດລາສະຫະລັດໃນປີ 2023 ຈາກ 2.500 ຕື້ໂດລາສະຫະລັດໃນປີ 2015, ໃນຂະນະນັ້ນການຄ້າພາກພື້ນເພີ່ມຈາກ 2.300 ຕື້ໂດລາສະຫະລັດ ຂຶ້ນເປັນ 3.500 ຕື້ໂດລາສະຫະລັດ ໃນໄລຍະດຽວກັນ. ຜົນສຳເລັດດັ່ງກ່າວໄດ້ຍົກສູງລາຍຮັບສະເລ່ຍໃສ່ຫົວຄົນຂຶ້ນພໍສົມຄວນ.
ດ້ວຍເປົ້າໝາຍກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ຂອງໂລກໃນປີ 2030, ອາຊຽນ ໝູນໃຊ້ກາລະໂອກາດໃນຍຸກສະຫຼາດ, ເຊິ່ງໄດ້ນິຍາມດ້ວຍປັນຍາປະດິດ (AI), ລະບົບກຸ່ມ... ເພື່ອຜ່ານຜ່າຮູບແບບການເຕີບໂຕແບບດັ້ງເດີມ ແລະຊຸກຍູ້ຄວາມວັດທະນາຖາວອນຢ່າງຮອບດ້ານ.
ສ້າງກໍາລັງໜູນໃໝ່
ຕາມທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ແລ້ວ, ສາຍພົວພັນ ແລະຄວາມເຊື່ອໝັ້ນລະຫວ່າງບັນດາການນຳອາຊຽນ ເປັນແບບຢ່າງ, ນັບທັງໃນບັນດາບັນຫາທີ່ກໍ່ການໂຕ້ຖຽງກັນ, ການປຶກສາຫາລື, ແລກປ່ຽນກໍ່ໄດ້ດຳເນີນຢ່າງກົງໄປກົງມາ.
ໝູນໃຊ້ທ່າໄດ້ປຽບຂອງສະຖຽນລະພາບ, ຄວາມສາມັກຄີ, ການນຳອາຊຽນ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາບຸລິມະສິດໃນປີ 2025. ຕາມທ່ານນາຍົກລັດຖະມົນຕີມາເລເຊຍ ແລ້ວ, ບັນດາບຸລິມະສິດສຳຄັນ, ລວມມີ: ຮັບປະກັນພື້ນຖານໂຄງລ່າງດ້ານພະລັງງານໃຫ້ພາກພື້ນ, ພິເສດແມ່ນພະລັງງານສີຂຽວ ແລະພະລັງງານທົດແທນ; ຊຸກຍູ້ການເຊື່ອມຕໍ່ໃນອາຊຽນ, ພິເສດແມ່ນໃຫ້ບຸລິມະສິດຂຸດຄົ້ນທ່າແຮງຂອງ AI ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ໃນອາຊຽນ, ຫວຽດນາມ ແມ່ນພື້ນຖານເສດຖະກິດເຕີບໂຕສູງທີ່ສຸດ. ທີ່ວາລະປຶກສາຫາລື “ອາຊຽນ: ສະໜິດຕິດພັນ ເພື່ອກ້າວໄປ” ໃນຂອບເຂດ WEF Davos 2025 ທີ່ດຳເນີນໄປຢູ່ສະວິດ ໃນທ້າຍເດືອນມັງກອນ ຜ່ານມາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃຫ້ຂໍ້ສັງເກດວ່າ, “ສັງກາດອັດສະລິຍະ” ວາງອອກສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງສໍາລັບອາຊຽນ, ແຕ່ນີ້ແມ່ນເສັ້ນທາງຈໍາເປັນຢ່າງເດັດຂາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ອາຊຽນ ຄວນກ້າວເຂົ້າສູ່ສັງກາດອັດສະລິຍະດ້ວຍຄວາມມັກໃຫຍ່ໃຝ່ສູງ, ພ້ອມແລ້ວທີ່ຈະ “ຄິດເລິກ, ເຮັດໃຫຍ່”, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນເປັນກຳລັງໜູນໃໝ່ເພື່ອສ້າງບາດກ້າວບຸກທະລຸໃຫ້ການເຕີບໂຕຂອງພາກພື້ນ.
ແບ່ງປັນວິໄສທັດກ່ຽວກັບອາຊຽນ ໃນອະນາຄົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ, ໃນສັງກາດອັດສະລິຍະ, ອາຊຽນ ສຳເລັດຜົນແມ່ນຕ້ອງຮັບປະກັນ 6 ປັດໄຈ. ກ່ອນອື່ນໝົດ, ດ້ານການເມືອງ, ຄວາມໝັ້ນຄົງຕ້ອງມີສັນຕິພາບ, ສະຖຽນລະພາບ, ບໍ່ມີສົງຄາມ. ຕໍ່ມາ, ດ້ານເສດຖະກິດຕ້ອງພັດທະນາຢ່າງວ່ອງໄວ ແລະຍືນຍົງ. ກ່ຽວກັບວັດທະນະທຳ, ຄວນຊຸກຍູ້ຄວາມເຫັນດີເປັນເອກະພາບໃນຫຼາຍຮູບຫຼາຍແບບ, ທັງພັດທະນາສີສັນອາຊຽນ, ທັງຮັກສາສີສັນຂອງແຕ່ລະສະມາຊິກ.
ກ່ຽວກັບສິ່ງແວດລ້ອມ, ຕ້ອງຮັບປະກັນການຂຸດຄົ້ນ ແລະນຳໃຊ້ແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມໃຫ້ຄົນລຸ້ນຫຼັງ. ກ່ຽວກັບສັງຄົມຄວນຮັບປະກັນຄວາມກ້າວໜ້າ ແລະຄວາມຍຸຕິທຳໃນສັງຄົມ, ພັດທະນາແບບກວມລວມ ແລະບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ເພື່ອກ້າວເຂົ້າສູ່ສັງກາດອັດສະລິຍະ, ຫວຽດນາມ ບໍ່ສາມາດພັດທະນາດ້ວຍລະດັບປານກາງຕາມປົກກະຕິໄດ້. ສະນັ້ນ, ຫວຽດນາມ ຕ້ອງຍົກສູງຄວາມຕັດສິນໃຈພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະດີຈີຕອນຜ່ານ 3 ບຸລິມະສິດຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ ແລະຊັບພະຍາກອນມະນຸດ.
ຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ບັນດາປະເທດສະມາຊິກອາຊຽນ ຄວນຍູ້ແຮງການເຊື່ອມຕໍ່ລະຫວ່າງອາຊຽນ ແລະທົ່ວໂລກ, ລະຫວ່າງຫວຽດນາມ ແລະບັນດາປະເທດໃນອາຊຽນ ເພື່ອພ້ອມກັນພັດທະນາ, ພ້ອມກ້າວຂຶ້ນເພື່ອຂຸດຄົ້ນພູມປັນຍາໂລກຮັບໃຊ້ໃຫ້ເປົ້າໝາຍພັດທະນາລວມ.
ໂດຍ: ເຈິ່ນຮວ່ຽນ