ກອງປະຊຸມໄດ້ຍົກສູງຄວາມສຳຄັນ ແລະຄຸນຄ່າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຈີນ ສໍາລັບແຕ່ລະຝ່າຍ ແລະໃນພາກພື້ນ. ໃນສະພາບການທີ່ນັບມື້ນັບຜັນແປໄປຢ່າງເລິກເຊິ່ງກວ້າງຂວາງ ແລະຄາດຄະເນໄດ້ຍາກ, ບັນດາຜູ້ແທນເນັ້ນໜັກສືບຕໍ່ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ, ຊຸກຍູ້ບັນດາຄຸນຄ່າຂອງລັດທິຫຼາຍຝ່າຍ, ກໍ່ສ້າງໂຄງປະກອບພາກພື້ນເປີດ, ກວມລວມ ແລະອີງຕາມກົດໝາຍດ້ວຍອາຊຽນ ຢູ່ໃຈກາງ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບໃຫ້ສັນຕິພາບ, ການຮ່ວມມື ແລະ ຄວາມໝັ້ນຄົງ.

leftcenterrightdel
ບັນດາຫົວໜ້າ SOM ອາຊຽນ ຂອງປະເທດຕ່າງໆ ແລະ ຈີນ ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ກະຊວງການຕ່າງປະເທດ.

ຕາງໜ້າອາຊຽນ ກ່າວຄວາມເຫັນກ່ຽວກັບການຮ່ວມມືດ້ານການເມືອງ - ການປ້ອງກັນຄວາມສະຫງົບ ອາຊຽນ-ຈີນ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ສະເໜີໃຫ້ສອງຝ່າຍເສີມຂະຫຍາຍທ່າຮ່ວມມືຢ່າງມີປະສິດທິຜົນ, ຫວັງວ່າ ຈີນ ຈະສືບຕໍ່ເຂົ້າຮ່ວມ ແລະຕັ້ງໜ້າປະກອບສ່ວນເຂົ້າໃນບັນດາກົນໄກໂດຍອາຊຽນ ນໍາພາ, ພ້ອມກັບອາຊຽນ ຊຸກຍູ້ບັນດາມາດຖານປະພຶດ. ຕໍ່ໜ້າສິ່ງທ້າທາຍດ້ານຄວາມໝັ້ນຄົງບໍ່ແມ່ນການທະຫານພວມເພີ່ມຂຶ້ນນັ້ນ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ສະເໜີ 3 ທິດທາງການຮ່ວມມື, ລວມມີ: ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະສັນຍາຂອງການນຳສອງຝ່າຍຢ່າງລະອຽດ, ແທດຈິງ; ເພີ່ມທະວີການຮັບມືກັບບັນດາບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຄື: ອາດຊະຍາກຳທາງອິນເຕີແນັດ, ອາດຊະຍາກຳຂ້າມຊາດ, ການຫຼອກລວງທາງອອນລາຍ; ເປີດກວ້າງການຮ່ວມມືໃນອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ, ໃນການແກ້ໄຂບັນຫາຕ່າງໆ ເຊັ່ນ: ຄວາມໝັ້ນຄົງທາງນ້ຳ, ການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ...

ຢືນຢັນຄືນໃໝ່ຫຼັກໝັ້ນຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ຊົມເຊີຍບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນໄລຍະມໍ່ໆມານີ້ ໃນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC); ສະເໜີໃຫ້ ອາຊຽນ ແລະ ຈີນ ຄວນສືບຕໍ່ມານະພະຍາຍາມບັນລຸຄວາມກ້າວໜ້າໃໝ່, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ COC; ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຄວາມລະງັບໃຈ ແລະຫຼີກເວັ້ນການກະທຳທີ່ພາໃຫ້ສະພາບການສັບສົນຂຶ້ນຕື່ມ, ເພື່ອເປົ້າໝາຍສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະສະຖຽນລະພາບຢູ່ທະເລຕາເວັນອອກ.

ໂດຍ: ຈາງຫງວຽນ