ນັກຂ່າວ: ທ່ານສາມາດແບ່ງປັນຄວາມໝາຍ ແລະໝາກຜົນຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ທີ່ຫາກໍ່ດໍາເນີນຢູ່ນະຄອນ Langkawi, ປະເທດ ມາເລເຊຍ ໄດ້ບໍ່?

ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ: ເຖິງວ່າດຳເນີນໄປພຽງມື້ດຽວກໍ່ຕາມ, ແຕ່ບັນດາລັດຖະມົນຕີກະຊວງການຕ່າງປະເທດໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາ ແລະເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ. ໝາກຜົນ ແລະຄວາມໝາຍຂອງກອງປະຊຸມຄັ້ງນີ້ສາມາດສັງເຂບໄດ້ສາມຈຸດດັ່ງຕໍ່ໄປນີ້:

ທີໜຶ່ງ, ກອງປະຊຸມໄດ້ກົດປຸ່ມເລີ່ມຕົ້ນຢ່າງເປັນທາງການ ເພື່ອເປັນປີແຫ່ງການຮ່ວມມືອາຊຽນ. ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະຈຸດສຸມບູລິມະສິດ, ກໍ່ຄືຂໍ້ລິເລີ່ມໃນເສົາຄໍ້າການຮ່ວມມືເພື່ອແນໃສ່ຫັນຫົວຂໍ້ “ກວມລວມ ແລະຍືນຍົງ” ໃຫ້ປະກົດຜົນເປັນຈິງ.

ທີສອງ, ໃນເບື້ອງຕົ້ນ, ກອງປະຊຸມໄດ້ສ້າງພື້ນຖານການຮ່ວມມື ແລະພັດທະນາຂອງອາຊຽນ ໃນໄລຍະຍາວ. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ບັນດາປະເທດພວມສະຫຼຸບຄືນຂະບວນການກໍ່ສ້າງປະຊາຄົມໃນໄລຍະ 10 ປີຜ່ານມາ, ພ້ອມທັງໄດ້ເລັ່ງລັດປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະແຜນການຍຸດທະສາດດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການເຊື່ອມຕໍ່ເພື່ອປະຕິບັດແຕ່ປີ 2026.

ສຸດທ້າຍ, ກອງປະຊຸມໄດ້ຢືນຢັນຄືນໃໝ່ສານຂອງອາຊຽນ ສາມັກຄີ, ສວມບົດບາດໃຈກາງໃນໂລກທີ່ມີການຜັນແປຫຼາຍຢ່າງ. ກອງປະຊຸມໄດ້ແລກປ່ຽນຢ່າງກົງໄປກົງມາລະຫວ່າງບັນດາປະເທດກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ນັກຂ່າວ: ຂໍທ່ານໃຫ້ຮູ້ວ່າ ກ່ຽວກັບການປະກອບສ່ວນຂອງຫວຽດນາມ ທີ່່ກອງປະຊຸມ?

ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ: ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຫົວຄິດປະດິດສ້າງ, ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ. ການປະກອບສ່ວນເຫຼົ່ານັ້ນແມ່ນສະແດງໃຫ້ເຫັນໃນດ້ານຕ່າງໆດັ່ງນີ້:  

ໜຶ່ງແມ່ນ, ທ່ານ ບຸ່ຍແທັງເຊີນ ໄດ້ສົ່ງສານສະໜັບສະໜູນຢ່າງແຂງແຮງຂອງຫວຽດນາມ ສໍາລັບປະເທດປະທານມາເລເຊຍ ແລະຫົວຂໍ້ປີ 2025 ກໍ່ຄືໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ເພື່ອຜັນຂະຫຍາຍບັນດາບຸລິມະສິດທີ່ວາງອອກຢ່າງມີປະສິດທິຜົນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມອາຊຽນ, ເສີມຂະຫຍາຍເອກະລາດ, ເປັນເຈົ້າຕົນເອງຍຸດທະສາດຕໍ່ການຜັນແປນັບມື້ນັບສັບສົນໃນສະພາບການໂລກ ແລະພາກພື້ນ.

ທ່ານ ບຸ່ຍແທັງເຊີນ ໄດ້ມີການແບ່ງປັນ ແລະຂໍ້ສະເໜີສຳຄັນກ່ຽວກັບຂະບວນການກໍ່ສ້າງປະຊາຄົມ, ສຸມໃສ່ 3 ຈຸດສຸມ, ລວມມີການເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນເພື່ອຮັກສາການເຕີບໂຕ ແລະຄວາມວັດທະນາຖາວອນຂອງພາກພື້ນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີໃໝ່ເພື່ອສ້າງກໍາລັງໜູນໃຫ້ແກ່ການເຕີບໂຕຢ່າງມີປະສິດທິຜົນ ແລະຊຸກຍູ້ປະຊາຄົມອາຊຽນ ກວມລວມກັບປະຊາຊົນເປັນໃຈກາງເພື່ອຮັບປະກັນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ພ້ອມທັງຢືນຢັນ ຫວຽດນາມ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍ ຕີມໍຕາເວັນອອກ ປະຕິບັດການເປັນສະມາຊິກອາຊຽນ ຢ່າງຄົບຖ້ວນ ແລະເຂົ້າເປັນຄອບຄົວອາຊຽນໂດຍໄວ. ພ້ອມກັບທິດທາງຍຸດທະສາດນັ້ນແມ່ນບັນດາຂໍ້ລິເລີ່ມ ແລະການກະທຳລະອຽດທີ່ ຫວຽດນາມ ຈະຜັນຂະຫຍາຍໃນປີ 2025.

ສອງແມ່ນ, ການແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ທ່ານ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບກາລະໂອກາດ, ຄວາມສະດວກ, ກໍ່ຄືສິ່ງທ້າທາຍວາງອອກເມື່ອອາຊຽນນັບມື້ນັບດຶງດູດຄວາມສົນໃຈຈາກບັນດາຄູ່ຮ່ວມມືພາຍນອກ. ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ນໍາສາຍພົວພັນ ແລະການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືໃໝ່ບົນພື້ນຖານທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແທດຈິງ, ເສີມຂະຫຍາຍຄວາມສາມັກຄີ ແລະບົດບາດໃຈກາງ.

ສຸດທ້າຍ, ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ອາຊຽນ ຄວນຮັກສາວິທີເຂົ້າເຖິງຄວາມສົມດູນ, ພາວະວິໄສ, ຍົກສູງບົດບາດ ແລະທັດສະນະໃນບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ສໍາລັບບັນຫາທະເລຕາເວັນອອກ, ພວກເຮົາ ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາຄວາມສາມັກຄີ ແລະຫຼັກໝັ້ນ, ຫຼັກການຂອງອາຊຽນ; ຮຽກຮ້ອງໃຫ້ບັນດາປະເທດຢຶດໝັ້ນຕໍ່ການຮ່ວມມືເພື່ອປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຊຸກຍູ້ການເຈລະຈາ COC ໃຫ້ມີປະສິດທິຜົນ ແລະແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ພວກເຮົາ ໃຫ້ຄຳໝັ້ນສັນຍາ ແລະພ້ອມແລ້ວທີ່ຈະຮ່ວມມືກັບປະທານອາຊຽນ 2025 ແລະທູດພິເສດຂອງປະເທດປະທານມຽນມາ ແລະຍົກອອກຂໍ້ສະເໜີລະອຽດຈຳນວນໜຶ່ງແນໃສ່ເພີ່ມທະວີປະຕິບັດຄວາມເຫັນດີເຫັນພ້ອມ 5 ຈຸດ (5PC) ຢ່າງມີປະສິດທິຜົນ, ຊຸກຍູ້ການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງແນໃສ່ສ້າງສິ່ງແວດລ້ອມສະດວກໃຫ້ການເລືອກຕັ້ງ ແລະໄກ່ເກ່ຍຢູ່ມຽນມາ ແລະການຮ່ວມມືໜູນຊ່ວຍມຽນມາ ຮັບມືກັບອາດຊະຍາກຳຂ້າມຊາດ.

ການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງຄະນະຜູ້ແທນຫວຽດນາມ ນັບແຕ່ໄລຍະກະກຽມ ແລະການປະກອບສ່ວນທີ່ກອງປະຊຸມໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກບັນດາປະເທດ. ນີ້ກໍ່ມີຄວາມໝາຍຍິ່ງກວ່າອີກໃນສະພາບທີ່ປີ 2025 ແມ່ນປີຄົບຮອບ 30 ປີທີ່ຫວຽດນາມ ເຂົ້າຮ່ວມອາຊຽນ, ຜ່ານນັ້ນຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພວກເຮົາ ກ່ຽວກັບການພົວພັນຕ່າງປະເທດຫຼາຍຝ່າຍ, ໃນນັ້ນ ອາຊຽນ ແມ່ນກົນໄກຮ່ວມມືຫຼາຍຝ່າຍຕິດພັນກັບອາຊຽນ ໂດຍກົງ ແລະມີຄວາມສຳຄັນທີ່ສຸດ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ເຈິ່ນຮວ່ຽນ