ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ
ກປ.ອອນໄລ - ວັນທີ 18 ມັງກອນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ໄດ້ດໍາເນີນຢູ່ນະຄອນ Langkawi, ປະເທດມາເລເຊຍ ແນໃສ່ກວດກາຄືນວຽກງານກະກຽມໃຫ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ. ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.