ປະກອບສ່ວນຊຸກຍູ້ພາລະກໍາລວມຂອງອາຊຽນ

ກ່າວຄຳເຫັນຊົມເຊີຍບັນດາຜູ້ແທນທີ່ມາເຂົ້າຮ່ວມ AIPA-45, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ປະທານ AIPA ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ AIPA ວ່າເປັນເວທີປາໄສ ເພື່ອແລກປ່ຽນການກໍານົດທິດຍຸດທະສາດ ເພື່ອຫັນບັນດາເປົ້າໝາຍຮ່ວມຂອງ AIPA ແລະອາຊຽນ ໃຫ້ປະກົດຜົນເປັນຈິງ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ແບ່ງປັນທ່າອ່ຽງສາມັກຄີ ແລະການຮ່ວມມື ທີ່ໄດ້ສະແດງອອກຢ່າງຈະແຈ້ງຜ່ານຄວາມມານະພະຍາຍາມຂອງອາຊຽນ ໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025, ບັນລຸໄດ້ຄວາມກ້າວໜ້າຢ່າງຕັ້ງໜ້າໃນການຜັນຂະຫຍາຍແຜນການສັງລວມປະຊາຄົມອາຊຽນ 2025, ແຜນການສັງລວມເຊື່ອມຕໍ່ອາຊຽນ 2025 ແລະແຜນການວຽກງານຂໍ້ລິເລີ່ມຮ່ວມສໍາພັນອາຊຽນ (IAI).

leftcenterrightdel
ພິທີໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45. ພາບ:  qdnd.vn

ດ້ວຍຫົວຂໍ້ “ບົດບາດຂອງລັດຖະສະພາໃນການເພີ່ມທະວີການເຊື່ອມຕໍ່ ແລະການເຕີບໂຕກວມລວມຂອງອາຊຽນ”, ທ່ານປະທານ AIPA ເຊື່ອໝັ້ນວ່າ AIPA-45 ຈະຊ່ວຍຊູຄວາມມານະພະຍາຍາມຮ່ວມມືລວມຂອງອາຊຽນ ຕາມເນື້ອໃນຈິດໃຈຫົວຂໍ້ຂອງປີ 2024 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ AIPA ໃນການຊຸກຍູ້ການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ, ຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ປັບປຸງກອບນິຕິກໍາທາງດ້ານຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ການເຊື່ອມຕໍ່ພະລັງງານ ແລະບັນດາຂົງເຂດສຳຄັນອື່ນໆ... ໃຫ້ສົມບູນແບບ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ AIPA-45. ພາບ:  qdnd.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ AIPA-45 ວ່າ ມີຄວາມໝາຍສຳຄັນໃນຄວາມມານະພະຍາຍາມລວມຂອງອາຊຽນ ເພື່ອຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນຄໍາໝັ້ນສັນຍາ ແລະຄວາມມານະພະຍາຍາມນຳປະເທດລາວ ຈາກປະເທດທີ່ບໍ່ຕິດຈອດກັບທະເລໃຫ້ກາຍເປັນສູນເຊື່ອມຕໍ່ໃນພາກພື້ນ. AIPA-45 ຈະແມ່ນໂອກາດເພື່ອໃຫ້ບັນດາສະພາແຫ່ງຊາດ/ລັດຖະສະພາ ປຶກສາຫາລືຢ່າງເປີດອົກເປີດໃຈ, ສ້າງສັນ, ເພີ່ມທະວີການຮ່ວມມື, ກໍານົດທິດອະນາຄົດຂອງ AIPA, ປະກອບສ່ວນເຂົ້າໃນວິວັດການສ້າງປະຊາຄົມອາຊຽນ ທີ່ນັບມື້ນັບແຂງແຮງ, ເຊື່ອມຕໍ່ຫຼາຍກວ່າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງກວ່າອີກ, ຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

leftcenterrightdel
ບັນຍາກາດທີ່ວາລະໄຂກອງປະຊຸມສະມັດຊາໃຫຍ່ AIPA-45. ພາບ:  qdnd.vn

ດ້ວຍເອກະລັກທີ່ຫຼາກຫຼາຍທາງດ້ານວັດທະນະທຳ, ມູນເຊື້ອ, ພາສາ ແລະຄວາມເຊື່ອຖື, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຂອງອາຊຽນ, ຫັນຄວາມຫຼາກຫຼາຍ ແລະຄວາມແຕກຕ່າງເປັນກຳລັງແຮງເພື່ອປະຕິບັດເປົ້າໝາຍລວມນັ້ນ ແມ່ນກໍ່ສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະມີຄວາມກ້າວໜ້າບົນພື້ນຖານບັນດາຫຼັກການຂອງກົດບັດອາຊຽນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອສາມັກຄີ, ການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນ, ກອງປະຊຸມສະມັດຊາໃຫຍ່ AIPA-45 ຈະປະສົບຜົນສໍາເລັດຢ່າງຈົບງາມ.

ຫວຽດນາມ ສະເໜີ 5 ການກໍານົດທິດບຸລິມະສິດຂອງ AIPA

ຕອນບ່າຍວັນທີ 19 ຕຸລາ, ກອງປະຊຸມສະມັດຊາໃຫຍ່ AIPA-45 ດໍາເນີນວາລະປະຊຸມຄົບຄະນະຄັ້ງທີ 1 ດ້ວຍຫົວຂໍ້ “ບົດບາດຂອງລັດຖະສະພາ ໃນການເພີ່ມທະວີການເຊື່ອມຕໍ່ ແລະການເຕີບໂຕຮອບດ້ານຂອງອາຊຽນ” ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ປະທານ AIPA 2024. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວາລະປະຊຸມ ແລະມີບົດກ່າວປາໄສດ້ວຍສານສຳຄັນຫຼາຍສະບັບ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວປາໄສທີ່ວາລະໄຂກອງປະຊຸມສະມັດຊາໃຫຍ່ AIPA-45. ພາບ:  qdnd.vn

ກ່າວປາໄສທີ່ວາລະປະຊຸມ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ: ເກືອບ 60 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ອາຊຽນ ບັນລຸໄດ້ຜົນງານທີ່ມະຫັດສະຈັນ, ນໍາອາຊີຕາເວັນອອກສ່ຽງໃຕ້ ໃຫ້ກາຍເປັນພາກພື້ນສັນຕິພາບ, ວັດທະນາຖາວອນ, ສະຖຽນລະພາບ ແລະເປັນພາກພື້ນທີ່ມີຄວາມພົ້ນເດັ່ນດ້ານການເຕີບໂຕ ແລະເຊື່ອມໂຍງເຂົ້າກັບທົ່ວໂລກ ແລະເປັນປັດໄຈທີ່ຕັ້ງໜ້າສ້າງໂຄງປະກອບພາກພື້ນໃຫ້ເປັນຮູບປະທໍາ, ຊ່ວຍເພີ່ມທະວີການເຊື່ອມຕໍ່, ຕິດພັນກັບຜົນປະໂຫຍດລະຫວ່າງບັນດາປະເທດ, ພິເສດແມ່ນການຊຸກຍູ້ການເຊື່ອມຕໍ່ດ້ານລະບອບລະບຽບການ, ນະໂຍບາຍ. ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ: ການຮ່ວມມືລະຫວ່າງລັດຖະສະພາ ຈະເປັນກຳລັງໜູນຊຸກຍູ້ການຜັນຂະຫຍາຍການກໍ່ສ້າງປະຊາຄົມອາຊຽນ ໂດຍອີງໃສ່ກົດໝາຍ, ໄດ້ສະແດງໃຫ້ເຫັນທັດສະນະ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍພັດທະນາ, ສ້າງການຫັນປ່ຽນຢ່າງຮອບດ້ານ ແລະເລິກເຊິ່ງ ໃຫ້ປະຊາຄົມ ແລະແຕ່ລະປະເທດສະມາຊິກ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະໄຂກອງປະຊຸມສະມັດຊາໃຫຍ່ AIPA-45. ພາບ:  qdnd.vn

ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈ ແລະ ການປະກອບສ່ວນຂອງບັນດາປະເທດອາຊຽນ, ພ້ອມກັນປັບປຸງກຳແພງອາຊຽນ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງຍຸກສະໄໝ, ທ່ານ ເຈິ່ນແທັງເໝິນ ໄດ້ເຊີດຊູຈິດໃຈສາມັກຄີ, ເປັນເອກະພາບ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມລວມ, ການຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ ແລະການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການກໍ່ສ້າງປະຊາຄົມ. ທ່ານ ເຈິ່ນແທັງເໝິນ ໄດ້ຍົກອອກ 5 ການກໍານົດທິດບຸລິມະສິດໃນໄລຍະຈະມາເຖິງ, ເຊິ່ງລວມມີ:

ທີໜຶ່ງ, AIPA ຕ້ອງມານະພະຍາຍາມ ພ້ອມກັບອາຊຽນ ໃຫ້ຫຼາຍກວ່າອີກເພື່ອເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ຄວາມເປັນເອກະພາບໃນຄວາມຫຼາກຫຼາຍ, ເຊີດຊູຈິດໃຈເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງດ້ານຍຸດທະສາດຂອງອາຊຽນ; ເຊີດຊູການປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ທີສອງ, ຕ້ອງກວດກາຄືນ, ຕີລາຄາການປະຕິບັດແຜນການສັງລວມປີ  2025, ຜັນຂະຫຍາຍບັນດາຍຸດທະສາດການຮ່ວມມືຮອດປີ 2045, ເພີ່ມທະວີການພັດທະນາຢ່າງກົມກຽວ, ຍືນຍົງ, ຮອບດ້ານ, ກວມລວມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ, ເອົາໃຈໃສ່ ແລະ ໃຫ້ບຸລິມະສິດຢ່າງເໝາະສົມ ແກ່ການຮ່ວມມືອະນຸພາກພື້ນ, ຮັດແຄບຊ່ອງຫວ່າງການພັດທະນາ.

ທີສາມ, AIPA ຕ້ອງເສີມຂະຫຍາຍບົດບາດຂອງຕົນໃນການເພີ່ມທະວີການໜູນຊ່ວຍຂອງການທູດລັດຖະສະພາ ໃນການພົວພັນການທູດພາກລັດລະຫວ່າງບັນດາປະເທດສະມາຊິກອາຊຽນ ກັບບັນດາຄູ່ຮ່ວມມືຂອງອາຊຽນ, ສະໜັບສະໜູນ ແລະ ໜູນຊ່ວຍລັດຖະບານບັນດາປະເທດດ້ວຍມາດຕະການແກ້ໄຂທີ່ມີລັກສະນະຄວາມເປັນໄປໄດ້ສູງ ໃຫ້ມີປະສິດທິຜົນກວ່າອີກ ເພື່ອແນໃສ່ປະຕິບັດສໍາເລັດເປົ້າໝາຍ ທີ່ອາຊຽນໄດ້ວາງອອກ.

ທີສີ່, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດປ້ອງກັນ, ຕ້ານໄພທຳມະຊາດ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮັບປະກັນຄວາມກົມກຽວລະຫວ່າງການພັດທະນາ ກັບການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງຂອງແຫຼ່ງນ້ຳ.

ທີຫ້າ, ສົ່ງເສີມເພີ່ມທະວີການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນເປັນພະລັງງານ; ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການເລີ່ມທຸລະກິດ, ສ້າງກຳລັງໜູນແຫ່ງການເຕີບໂຕໃໝ່ ແລະ ຍືນຍົງໃຫ້ອາຊຽນ ໃນໄລຍະຈະມາເຖິງ; ເພີ່ມທະວີການພັດທະນາຢ່າງກົມກຽວ, ຍືນຍົງ, ຮອບດ້ານ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກໍາ, ເປັນກໍາລັງໜູນ, ເປັນແຫຼ່ງກຳລັງ ແລະເປັນເປົ້າໝາຍຂອງການພັດທະນາ.

ໂດຍ: ທູຈາງ