ໂດຍຮັບຄຳເຊີນຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ, ປະເທດປະທານອາຊຽນ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 8 - 11 ຕຸລາ. ເນື້ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ກ່ອນອື່ນໝົດ, ທ່ານນາງສາມາດແບ່ງປັນກ່ຽວກັບການກະກຽມກອງປະຊຸມສໍາຄັນຄັ້ງນີ້ຂອງລາວ-ປະເທດປະທານອາຊຽນ 2024 ໄດ້ບໍ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ: ນີ້ແມ່ນຄັ້ງທີ 3 ທີ່ລາວ ຮັບດຳລົງບົດບາດເປັນປະທານອາຊຽນ ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ຄັ້ງທຳອິດແມ່ນໃນປີ 2004-2005 ແລະຄັ້ງທີ 2 ໃນປີ 2016. ເຖິງແນວໃດກໍ່ຕາມ, ການປະທານຄັ້ງນີ້ໄດ້ດໍາເນີນໃນສະພາບພູມສາດການເມືອງ ແລະພູມສາດເສດຖະກິດໃນພາກພື້ນ ແລະສາກົນມີການປ່ຽນແປງຢ່າງສັບສົນ ແລະສ້າງສິ່ງທ້າທາຍບໍ່ແມ່ນໜ້ອຍ.

ລາວ ພວມມານະພະຍາຍາມຈົນສຸດຄວາມສະມາດຂອງຕົນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ຫຼາຍກວ່າ 20 ກອງປະຊຸມ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືສາກົນ. ຄາດວ່າຈະມີຜູ້ແທນ 2.000 ກວ່າຄົນເຂົ້າຮ່ວມ ແລະມີເອກະສານສໍາຄັນປະມານ 80 ສະບັບຈະໄດ້ຮັບການຮັບຮອງ.

ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍການປະສານງານກັບບັນດາປະເທດສະມາຊິກ ແລະຄູ່ຮ່ວມມື, ກອງປະຊຸມສຸດຍອດຄັ້ງນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນປັບປຸງຄວາມສາມັກຄີໃນອາຊຽນ, ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນຫາສິ່ງທ້າທາຍໃນພາກພື້ນ ແລະສາກົນ ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງຕີລາຄາຄືແນວໃດແດ່ກ່ຽວກັບຜົນງານຂອງປະເທດລາວ ໃນປີ 2024, ອີງຕາມການປະຕິບັດບັນດາຫົວຂໍ້ບູລິມະສິດ “ອາຊຽນ- ຊຸກຍູ້ການເຊື່ອມຕໍ່ ແລະຄວາມເຂັ້ມແຂງຂອງອາຊຽນ” ໃຫ້ປະກົດຜົນເປັນຈິງ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ:  ປີເປັນປະທານອາຊຽນ 2024 ຂອງ ສປປ ລາວ ມີຫົວຂໍ້: “ອາຊຽນ: ເພີ່ມທະວີການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງຂອງອາຊຽນ”. ຫົວຂໍ້ນີ້ແມ່ນສອດຄ່ອງກັບນະໂຍບາຍ ແລະເປົ້າຫມາຍຂອງ ລາວ ໃນວິວັດການຫັນ ລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນໃຈກາງແຫ່ງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ. ພ້ອມກັນນັ້ນ, ກໍ່ສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນ ໃຫ້ເປັນພາກພື້ນແຫ່ງການເຊື່ອມໂຍງ-ເຊື່ອມຈອດ ແລະເຂັ້ມແຂງດ້ວຍຕົນເອງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ ແລະທັນການ.

ເພື່ອປະຕິບັດຫົວຂໍ້ນີ້ໃຫ້ປະກົດຜົນເປັນຈິງ, ລາວ ໄດ້ກໍານົດ 9 ບຸລິມະສິດທີ່ຕອ້ງຜັນຂະຫຍາຍ. ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່” ລວມມີ 4 ບູລິມະສິດ: ເຊື່ອມໂຍງ ແລະການເຊື່ອມຕໍ່ເສດຖະກິດ; ສ້າງອະນາຄົດຮອບດ້ານ ແລະຍືນຍົງ, ການຫັນເປັນດີຈີຕອນໃນອະນາຄົດ, ວັດທະນະທຳ-ສິລະປະໃນອາຊຽນ…

ດ້ວຍຫົວຂໍ້ “ເພີ່ມທະວີຄວາມເຂັ້ມແຂງ” ລວມມີ 5 ບຸລິມະສິດ: ສ້າງແຜນການຍຸດທະສາດເພື່ອປະຕິບັດວິໄສທັດປະຊາຄົມອາຊຽນ 2045, ເນັ້ນໜັກເຖິງລັກສະນະໃຈກາງຂອງອາຊຽນ, ຊຸກຍູ້ການຮ່ວມມື ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສົ່ງເສີມບົດບາດ ຂອງແມ່ຍິງ - ເດັກນ້ອຍ; ສາທາລະນະສຸກເຂັ້ມແຂງດ້ວຍຕົນເອງໃນສະພາບ ການໃໝ່.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ໃນ 9 ເດືອນ ຮັບດຳລົງບົດບາດເປັນປະທານອາຊຽນ, ລາວ ໄດ້ຈັດຕັ້ງ 300/500 ກອງປະຊຸມ  ແລະການເຄື່ອນໄຫວຢູ່ທັງ 3 ເສົາຄ້ຳ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ສໍາເລັດຜົນ.

ນັກຂ່າວ: ຈາກບັນດາຄໍາໝັ້ນຂັ້ນສູງສຸດ, ຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງການສະໜັບສະໜູນ, ການໜູນຊ່ວຍ ລາວ ປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2024, ຂໍໃຫ້ທ່ານນາງເອກອັກຄະລັດຖະທູດໃຫ້ຂໍ້ສັງເກດກ່ຽວກັບການຮ່ວມເດີນທາງຂອງຫວຽດນາມ, ສິ່ງດັ່ງກ່າວມີຄວາມໝາຍຄືແນວໃດໃນການພົວພັນແບບພິເສດຫວຽດນາມ-ລາວ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ:  ບົນພື້ນຖານການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ-ຫວຽດນາມ, ຫວຽດນາມ ໄດ້ໜູນຊ່ວຍລາວ ໃນປີເປັນປະທານອາຊຽນ 2024 ໃນຫຼາຍດ້ານຄືເນື້ອໃນ, ວັດຖຸ, ພາຫະນະ...

ຫວຽດນາມ ກໍ່ໜູນຊ່ວຍການປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ປີເປັນປະທານອາຊຽນ ຂອງລາວ ດຳເນີນດ້ວຍຜົນຜົນສຳເລັດຢ່າງຈົບງາມ. ຂ້າພະເຈົ້າ ຂໍຕາງໜ້າ ພັກ, ລັດ ແລະປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ໍາຄ່າຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ລາວ ໃນປີ ເປັນປະທານອາຊຽນ 2024.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນ,  ແລະການຊ່ວຍເຫຼືອຈາກບັນດາປະເທດສະມາຊິກ ແລະບັນດາຄູ່ຮ່ວມມື - ພິເສດແມ່ນ ຫວຽດນາມ, ປີເປັນປະທານອາຊຽນ 2024 ຂອງລາວ ຈະປະສົບຜົນສຳເລັດຢ່າງແນ່ນອນ.

ນັກຂ່າວ: ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຫວຽດນາມ ມີບົດບາດຄືແນວໃດໃນການຫັນວິໄສທັດພັດທະນາຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ, ໃນສະພາບການອາຊຽນ ໃກ້ຈະກ້າວເຂົ້າສູ່່ປີ 2025 - ຂີດໝາຍຫັນວິໄສທັດ 2025 ໃຫ້ປະກົດຜົນໃຫ້ເປັນຈິງ ແລະມຸ່ງໄປເຖິງວິໄສທັດ 2045 ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ:  ຫວຽດນາມ ເປັນປະເທດສະມາຊິກອາຊຽນ ມີບົດບາດສຳຄັນໃນການຫັນວິໄສທັດພັດທະນາຂອງອາຊຽນ ໃຫ້ປະກົດຜົນເປັນຈິງ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການວາງອອກບັນດານະໂຍບາຍ ແລະວິວັດການສ້າງປະຊາຄົມອາຊຽນ.

ຫວຽດນາມ ແມ່ນກຳລັງໜູນຊຸກຍູ້ການເຊື່ອມໂຍງເສດຖະກິດໃນພາກພື້ນທັງເປັນສູນແຫ່ງການລົງທຶນ ແລະພັດທະນາແບບຍືນຍົງ, ຊຸກຍູ້ການເຊື່ອມໂຍງ, ການພົບປະແລກປ່ຽນວັດທະນະທຳ, ປະກອບສ່ວນສ້າງຂະບວນການສ້າງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ສອດຄ່ອງກັບເປົ້າໝາຍຂອງ ອາຊຽນ.

ຫວຽດນາມ ກໍ່ສວມບົດບາດຕັ້ງໜ້າໃນການກໍ່ສ້າງ ແລະປະຕິບັດບັນດາຍຸດທະສາດໄລຍະຍາວ, ເຊັ່ນ: ວິໄສທັດອາຊຽນ 2045, ດ້ວຍບັນດາຜົນງານທີ່ພົ້ນເດັ່ນກ່ຽວກັບການເຕີບໂຕເສດຖະກິດ ແລະ ການພົວພັນກັບບັນດາປະເທດມະຫາອຳນາດ. ພິເສດ, ຂໍ້ລິເລີ່ມການທູດວັດທະນະທຳ, ຄື “ການທູດໄມ້ໄຜ່” ໄດ້ຊ່ວຍຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ.

ຂ້າພະເຈົ້າເຊື້ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ພ້ອກັບຮ່ວມຈິດຮ່ວມໃຈຂອງບັນດາປະເທດສະມາຊິກ ອາຊຽນ, ບັນດາເປົ້າໝາຍໃຫຍ່ເຊິ່ງ ອາຊຽນ ວາງອອກຈະປະສົບຜົນ ສໍາເລັດຢ່າງຈົບງາມ, ນຳເອົາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງມາໃຫ້ພາກພື້ນ.

ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ໂດຍ: ທະນາພອນ