leftcenterrightdel
ປະຊາຊົນຍົກຍ້າຍເຄື່ອງຂອງ ໄປຍັງເຂດທີ່ມີຄວາມປອດໄພ. ພາບ: kpl.gov.la

ພາຍຸໄຕ້ຝຸ່ນ ຢາກີ ໄດ້ພັດຜ່ານ ສປປ ລາວ, ມຽນມາ, ສສ ຫວຽດນາມ ແລະ ໄທ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ ຝົນຕົກໜັກ, ພາໃຫ້ເກີດໄພນໍ້າຖ້ວມ ແລະ ດິນພູເຈື່ອນ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຈຳນວນຫຼາຍຄົນ ແລະ ມີຜົນເສຍຫາຍທາງເສດຖະກິດ ຈຳນວນຫຼວງຫຼາຍ.

ນັບມາຮອດ ວັນທີ 15 ກັນຍານີ້, ພາຍຸໄຕ້ຝຸ່ນຢາກີ ໄດ້ເຮັດໃຫ້ ສສ ຫວຽດນາມ ມີຜູ້ເສຍຊີວິດ 281 ຄົນ,ສູນຫາຍ  67 ຄົນ. ຂະນະທີ່ ຢູ່ມຽນມາ ມີຜູ້ເສຍຊີວິດ ເພີ່ມຂຶ້ນຮອດ 74 ຄົນ ແລະ ສູນຫາຍອີກ 89 ຄົນ, ຈຳນວນປະຊາຊົນປະສົບໄພ ເກືອບ 240.000 ຄົນ. ປັດຈຸບັນ,  ເຂດປະສົບໄພນ້ຳຖ້ວມ ສ່ວນໃຫຍ່ຢູ່ ມຽນມາ ຍັງມີສະພາບ ທີ່ໜັກໜ່ວງ,  ລະບົບການສື່ສານ ແລະ ການຄົມມະນາຄົມຖືກຕັດຂາດ.

ຂ່າວ: ສຳນັກຂ່າວສານປະເທດລາວ