ພິທີຊັກທຸງອາຊຽນຂຶ້ນເສົາປະຈຳປີ ເນື່ອງໃນໂອກາດວັນສ້າງຕັ້ງອາຊຽນ ໄດ້ກາຍເປັນທຳນຽມທີ່ພາກພູມໃຈ ຂອງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າລວມ ແລະໃຫ້ຄໍາໝັ້ນສັນຍາຊຸກຍູ້ຈິດໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຂອງອາຊຽນ ໃນຊາຍຄາລວມ ແມ່ນປະຊາຄົມອາຊຽນ, ເພື່ອສັນຕິພາບ, ການຮ່ວມມື ແລະຄວາມວັດທະນາຖາວອນລວມຂອງພາກພື້ນ.

leftcenterrightdel
ພິທີຊັກທຸງອາຊຽນຂຶ້ນເສົາ ໃນຕອນເຊົ້າວັນທີ 8 ສິງຫາ ທີ່ສໍານັກງານກະຊວງການຕ່າງປະເທດຫວຽດນາມ. ພາບ: dangcongsan.vn

ກ່າວຄຳເຫັນທີ່ພິທີຊັກທຸງ, ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ຢັ້ງຢືນບົດບາດ ແລະທີ່ຕັ້ງທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂອງອາຊຽນ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ອາຊຽນ ສືບຕໍ່ແມ່ນແບບຢ່າງກ່ຽວກັບຜົນສຳເລັດໃນການເຊື່ອມຕໍ່ ແລະ ການຮ່ວມມືໃນພາກພື້ນ. ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ເຊື່ອໝັ້ນວ່າ ອາຊຽນ ມີທຸກເງື່ອນໄຂເພື່ອປັບຕົວໃຫ້ກົມກຽວຕໍ່ກັບສະພາບການຫັນປ່ຽນ ແລະ ສືບຕໍ່ພັດທະນາຢ່າງແຮງໃນຊຸມປີຕໍ່ໜ້າ.

leftcenterrightdel
ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: dangcongsan.vn

ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ: ດ້ວຍນະໂຍບາຍການຮ່ວມມື ແລະ ການຮ່ວມສໍາພັນອາຊຽນ ແມ່ນບຸລິມະສິດແຖວໜ້າ ແລະ ການເລືອກເຟັ້ນຍຸດທະສາດ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມ ແລະ ຕັ້ງໜ້າປະກອບສ່ວນເພື່ອອາຊຽນ ສາມັກຄີ ແລະໝັ້ນຄົງເຂັ້ມແຂງ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດສະມາຊິກອາຊຽນ ຮັກສາ ແລະເສີມຂະຫຍາຍບັນດາຜົນງານ, ພ້ອມກັນຄຽງບ່າຄຽງໄຫຼ່ ແລະແບ່ງປັນ, ຮ່ວມມື ແລະ ໜູນຊ່ວຍປະເທດລາວ ປະຕິບັດບັນດາເປົ້າໝາຍ ແລະບຸລິມະສິດຂອງປີເປັນປະທານອາຊຽນ 2024 ໃຫ້ສຳເລັດຜົນ. ຫວຽດນາມ ຈະເສີມຂະຫຍາຍບົດບາດເປັນຂົວຕໍ່, ເຊື່ອມຕໍ່ອາຊຽນ ກັບບັນດາຄູ່ຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງລວມຂອງພາກພື້ນ ແລະ ໂລກ, ຫັນວິໄສທັດອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ,  ມີຫົວຄິດປະດິດສ້າງ ແລະ ຖືເອົາປະຊາຊົນເປັນໃຈກາງ ໃຫ້ປະກົດຜົນເປັນຈິງ.

ໂດຍ: ທູຈາງ