ທ່ານ ຈະຕຸລົງ ບົວສີສະຫວັດ ຫົວໜ້າກົມອາຊຽນ ຂຶ້ນກັບກະຊວງການຕ່າງປະເທດລາວ ຢັ້ງຢືນວ່າ ເມື່ອ ອາຊຽນ ສືບຕໍ່ພັດທະນາຢ່າງແຮງ, ອິນເດຍຍັງຄົງແມ່ນຄູ່ຮ່ວມມືທີ່ມີຄຸນຄ່າຂອງອົງການນີ້. ກ່າວຄຳເຫັນຕໍ່ນັກຂ່າວສຳນັກຂ່າວສານ ANI ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໃນວັນທີ 15 ກໍລະກົດ, ທ່ານ ຈະຕຸລົງ ບົວສີສະຫວັດ ເນັ້ນໜັກວາ ອິນເດຍ ແມ່ນຄູ່ຮ່ວມມືສຳຄັນຂອງອາຊຽນ ເມື່ອປະເທດ ອາຊີໃຕ້ນີ້ ໄດ້ ແລະພວມມີການຊ່ວຍເຫຼືອຢ່າງຫຼວງຫຼາຍໃຫ້ແກ່ພາກພື້ນ. ອິນເດຍ ກໍ່ໄດ້ຍົກອອກຂໍ້ສະເໜີໃນປີນີ້ກ່ຽວກັບການຫັນເປັນດີຈີຕອນ. ພາຍຫຼັງໄດ້ຮັບການຮັບຮອງເອົາ, ຂໍ້ສະເໜີນີ້ຈະປັບປຸງການພົວພັນ ອິນເດຍ - ອາຊຽນ ໃຫ້ດີກ່ວາອີກ.

leftcenterrightdel
ພາບປະກອບ: aseanbriefing

ປີນີ້, ອິນເດຍ ສະເຫຼີມສະຫຼອງ 10 ປີແຫ່ງການປະຕິບັດນະໂຍບາຍ “ການກະທຳມູ່ງໄປສູ່ທາງທິດຕາເວັນອອກ”, ໃນນັ້ນ ອາຊຽນ ແມ່ນເສົາຄ້ຳຫຼັກ. ອິນເດຍ ໄດ້ຢັ້ງຢືນການສະໜັບສະໜູນຂອງຕົນຕໍ່ບົດບາດເປັນໃຈກາງຂອງອາຊຽນ, ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ກໍ່ຄືບັນດາບູລິມະສິດ ແລະ ໝາກຜົນໂດຍລາວ ບັນລຸໄດ້ໃນບົດບາດເປັນປະທານໝູນວຽນອາຊຽນ ດ້ວຍຫົວຂໍ້ “ອາຊຽນ ເພີ່ມທະວີການເຊື່ອມຈອດ ແລະຄວາມສາມາດໃນການຟື້ນຟູ”.

ແຫຼ່ງຄັດຈາກ: vovworld.vn