ໃນນັ້ນ, ມີ 4 ບຸລິມະສິດກ່ຽວກັບການເພີ່ມທະວີການເຊື່ອມຕໍ່ອາຊຽນ, ລວມມີການເຊື່ອມໂຍງ ແລະເຊື່ອມຕໍ່ເສດຖະກິດ, ສ້າງອະນາຄົດຮອບດ້ານ ແລະຍືນຍົງ, ການຫັນປ່ຽນດີຈີຕອນ, ວັດທະນະທຳ, ສິລະປະ; ພ້ອມກັບ 5 ບຸລິມະສິດກ່ຽວກັບການສ້າງອາຊຽນໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງລວມມີການສ້າງຍຸດທະສາດຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ຮັກສາບົດບາດໃຈກາງຂອງອາຊຽນ, ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມ, ແມ່ຍິງ, ເດັກນ້ອຍ, ສາທາລະນະສຸກ.

leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ແລ້ວ, ເມື່ອຕອບສຳພາດຕໍ່ສື່ມວນຊົນໃນວັນທີ 11 ກໍລະກົດ ກ່ຽວກັບຄວາມຄືບໜ້າໃນວຽກງານກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຄາດຄະເນວ່າຈະດໍາເນີນໃນວັນທີ 21 ຫາວັນທີ 27 ກໍລະກົດ ຢູ່ສູນກອງປະຊຸມແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ: ປະຈຸບັນອະນຸກໍາມະການຮັບຜິດຊອບໄດ້ກຽມພ້ອມທຸກດ້ານນັບແຕ່ບ່ອນພັກ, ພາຫະນະຮັບໃຊ້, ອິນເຕີແນັດ, ສະຖານທີ່ທ່ອງທ່ຽວ...

ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລ້ວ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ຄາດຄະເນວ່າ ຈະຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີການຕ່າງປະເທດ. ພ້ອມທັງສຸມໃສ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະການສ້າງຍຸດທະສາດຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ລວມມີຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ຍຸດທະສາດປະຊາຄົມເສດຖະກິດອາຊຽນ, ຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະຍຸດທະສາດເຊື່ອມຕໍ່ອາຊຽນ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ມີຄວາມໝາຍສຳຄັນທີ່ສຸດ, ຍ້ອນນີ້ແມ່ນບາດກ້າວກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນ, ຄາດວ່າຈະດຳເນີນແຕ່ວັນທີ 8-11 ຕຸລາຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ