ເຂົ້າຮ່ວມກອງປະຊຸມມີຫົວໜ້າກົງສູນໃຫຍ່ ແລະຜູ້ຕາງໜ້າສະຖານກົງສູນໃຫຍ່ຂອງ 8 ປະເທດອາຊຽນ, ຄື: ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຫວຽດຢຸງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ກວາງໂຈ (ຈີນ) ໄດ້ແບ່ງປັນແນວຄິດ, ບົດຮຽນເພື່ອຈັດຕັ້ງວັນອາຊຽນ ຢູ່ກວາງຕຸງ ແລະຜ່ານການເຄື່ອນໄຫວນີ້ແນະນຳໃຫ້ເພື່ອນມິດພາຍໃນ ແລະຕ່າງປະເທດກ່ຽວກັບພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດສະມາຊິກອາຊຽນ, ພ້ອມທັງສະແດງຄວາມສາມັກຄີ ແລະຄວາມມຸ່ງຫວັງພັດທະນາທີ່ເຂັ້ມແຂງຂອງສະມາຄົມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: baoquocte.vn

ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ບັນດາປະເທດອາຊຽນ ປະຈຳ ກວາງໂຈ ກໍ່ວາງເປົ້າໝາຍສ້າງກາລະໂອກາດເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມື ຈີນ ຊອກຮູ້ກ່ຽວກັບນະໂຍບາຍ, ທິດທາງພັດທະນາຂອງປະຊາຄົມອາຊຽນ ແລະສິ່ງແວດລ້ອມ, ກາລະໂອກາດລົງທຶນ, ຮ່ວມມືກັບບັນດາປະເທດອາຊຽນ. ຄາດວ່າເຫດການສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຢູ່ກວາງຕຸງ ຈະດຶງດູດຜູ້ຕາງໜ້າພະແນກ, ຄະນະ, ຂະແໜງການ, ວິສາຫະກິດ, ຄູ່ຮ່ວມມືຂອງແຂວງກວາງຕຸງ ແລະນະຄອນກວາງໂຈ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ...

ໃນຂອບເຂດການເຮັດວຽກ, ຜູ້ຕາງໜ້າບັນດາປະເທດອາຊຽນ ກໍ່ໄດ້ປຶກສາຫາລືກ່ຽວກັບທິດທາງເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືກັບບັນດານະຄອນຂຶ້ນກັບແຂວງກວາງຕຸງ, ຜ່ານນັ້ນຊຸກຍູ້ການກະທົບຊຶ່ງກັນ ແລະກັນຫຼາຍທິດເພື່ອໃຫ້ເພື່ອນມິດ, ຄູ່ຮ່ວມມືຈີນ  ເຂົ້າໃຈກ່ຽວກັບອາຊຽນກວ່າ ແລະຊຸກຍູ້ການຮ່ວມມື,  ຄວາມສະໜິດຕິດພັນຮອບດ້ານ, ແທດຈິງກວ່າກັບອາຊຽນ.

ໂດຍ: ເຈິ່ນຮວ່ຽນ