leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: vov.vn

ເວທີປາໄສອະນາຄົດ ອາຊຽນ-ຈີນ ຈັດຂຶ້ນໃນວັນທີ 19 ມິຖຸນາ, ຢູ່ນະຄອນຫຼຼວງຈາກາກຕາ, ປະເທດອິນໂດເນເຊຍ, ດ້ວຍຫົວຂໍ້ “ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທດຈິງກວ່າ”, ເວທີປາໄສມີ 3 ວາລະປະຊຸມ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບາດກ້າວພັດທະນາໃຫຍ່ໃນການພົວພັນລະຫວ່າງ ອາຊຽນ-ຈີນ ໃນໄລຍະຜ່ານມາ, ເນັ້ນໜັກວ່າ ນີ້ແມ່ນໜຶ່ງໃນບັນດາການພົວພັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ. ສິ່ງທີ່ໜ້າສົນໃຈໃນຂົງເຂດເສດຖະກິດ, ການຄ້າ, ປີ 2023, ຈີນ ຍັງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງອາຊຽນ, ດ້ວຍຍອດວົງເງິນການຄ້າສິນຄ້າລະຫວ່າງ ອາຊຽນ ແລະຈີນ ບັນລຸກວ່າ 702 ຕື້ໂດລາສະຫະລັດ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ອາຊຽນ Kao Kim Hourn ຖືວ່າ, ນີ້ແມ່ນບັນຫາຮີບດ່ວນຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ. ບັນດາຝ່າຍຕ້ອງສືບຕໍ່ເຂົ້າຮ່ວມການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ແລະເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ໂດຍ: ກວ໊ຽດເຕິມ