ຫວຽດນາມ ແມ່ນປະເທດໄດ້ຮັບການອຸປະຖຳຈາກປະຊາຄົມສາກົນ ຫຼາຍອັນດັບທີ 2 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຖັດຈາກ ອິນໂດເນເຊຍ. ຕາມໝາກຜົນຂອງການຄົ້ນຄ້ວາ ໂດຍສະຖາບັນ Lowy, ອົດສະຕາລີ ປະກາດໃນວັນທີ 17 ມິຖຸນາ, ໃນໄລຍະແຕ່ປີ 2015 ຫາປີ 2022 ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຈຳນວນເງິນທີ່ໃຫ້ຄຳໝັ້ນສັນຍາອຸປະຖຳ ຂຶ້ນເຖິງ 380 ຕື້ USD, ໃນນັ້ນໄດ້ປ່ອຍເງິນອອກເປັນຈຳນວນ 255 ຕື້ USD.

leftcenterrightdel
ພາບປະກອບຄັດຈາກ: ສະຖາບັນ Lowy

ຕາມສະຖາບັນ Lowy ແລ້ວ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນມີຄວາມຂະຫຍັນຂັນເຄື່ອນທີ່ສຸດ ແລະ ພັດທະນາໄວທີ່ສຸດໃນໂລກ ຕາມແງ່ມູມເສດຖະກິດ ແລະປະຊາກອນ. ເຖິງຢ່າງໃດກໍຕາມ, ພາກພື້ນນີ້ພັດປະສົບກັບສິ່ງທ້າທາຍໃນວິວັດການພັດທະນາ, ຄື: ສະພາບການທຸກຍາກອຶດຫິວ, ຂາດຄວາມສະເໝີພາບ, ບໍ່ໄດ້ເຂົ້າເຖິງການເບິ່ງແຍງດູແລທາງການແພດ ແລະ ການສຶກສາຢ່າງຄົບຖ້ວນ, ການຂາດສະຖຽນລະພາບດ້ານການເມືອງ ແລະ ໄດ້ຮັບຜົນຕາມມາຢ່າງຮ້າຍແຮງຈາກໄພທຳມະຊາດ. ພິເສດ, ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19, ບັນດາສິ່ງທະທາຍ ເຊິ່ງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຕ້ອງປະເຊີນໜ້າພັດເພີ່ມຂຶ້ນຢູ່ແຕ່ລະປະເທດ, ສິ່ງທ້າທາຍ ແລະລະດັບສິ່ງທ້າທາຍກໍ່ແຕກຕ່າງກັນ.

ໂດຍ: ທູຈາງ