leftcenterrightdel
ກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ດໍາເນີນຢູ່ນະຄອນ ຝູກວກ, ແຂວງກຽນຢາງ. ພາບ: nhandan.vn

ໃນຖານະທີ່ເປັນປະທານກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33, ພາສີຫວຽດນາມ ພວມຕັ້ງໜ້າຊຸກຍູ້, ມີບົດບາດເຊື່ອມຕໍ່ບັນດາປະເທດສະມາຊິກເພື່ອສືບຕໍ່ຜັນຂະຫຍາຍ ແລະສໍາເລັດບັນດາແຜນການ, ລາຍການທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມ.

ນັກຂ່າວຫວຽດນາມ ໄດ້ສຳພາດຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມກ່ຽວກັບບາງຂໍ້ລິເລີ່ມການຮ່ວມມື, ໂຄງການສະໜັບສະໜູນວິສາຫະກິດບຸລິມະສິດຂອງພາສີອາຊຽນ ກັບຄູ່ຮ່ວມມືທີ່ສຳຄັນຈຳນວນໜຶ່ງ.

ທ່ານນາງ Sahoko Shiga, ຫົວໜ້າກົມຮ່ວມມືສາກົນ (ກົມໃຫຍ່ພາສີຍີ່ປຸ່ນ): ເພີ່ມທະວີການຜັນຂະຫຍາຍພາສີອັດສະລິຍະ

ພາສີຍີ່ປຸ່ນ ໄດ້ນຳໃຊ້ອຸປະກອນທີ່ເອີ້ນວ່າແກ້ວອັດສະລິຍະເພື່ອກວດກາເບິ່ງສິນຄ້າທີ່ສົງໄສ. ນັກກວດກາຈະແບ່ງປັນຂໍ້ມູນ ແລະຮູບພາບຢ່າງຕໍ່ເນື່ອງ 24/7 ກັບສໍານັກງານພາສີທີ່ຢູ່ໄກຫຼາຍຮ້ອຍກິໂລແມັດ ເພື່ອຮັບຄໍາສັ່ງ ແລະຄໍາແນະນໍາກ່ຽວກັບການກວດກາສິນຄ້າ. ຂໍ້ລິເລີ່ມພາສີອັດສະລິຍະໄດ້ຮັບການແນະນຳ ໂດຍພາສີຍີ່ປຸ່ນ ນັບແຕ່ປີ 2020, ລວມທັງແຜນການໄລຍະກາງ ແລະໄລຍະຍາວ ແລະພາສີຍີ່ປຸ່ນ ພວມຫັນຂໍ້ລິເລີ່ມນີ້ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານນາງ Sahoko Shiga, ຫົວໜ້າກົມຮ່ວມມືສາກົນ (ກົມໃຫຍ່ພາສີຍີ່ປຸ່ນ). ພາບ: nhandan.vn

ມາຮອດປະຈຸບັນ, ສະພາບການໄດ້ປ່ຽນແປງຫຼາຍຢ່າງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ຍ້ອນການຫັນປ່ຽນພື້ນຖານໂຄງລ່າງທັງພາຍໃນ ແລະຕ່າງປະເທດ. ຕົວຢ່າງຄື ເພື່ອນສາມາດເບິ່ງການເພີ່ມຂຶ້ນຂອງການຄ້າເອເລັກໂຕນິກ ຂ້າມຊາຍແດນ, ແລະການເພີ່ມຂຶ້ນຂອງປະລິມານການນໍາເຂົ້າ; ສັນຍາການຄ້າກໍ່ເພີ່ມຂຶ້ນ...

ການປ່ຽນແປງເຫຼົ່ານັ້ນໄດ້ສົ່ງຜົນກະທົບຕໍ່ການຄ້າສາກົນ ແລະຂະແໜງອຸດສາຫະກຳການຂົນສົ່ງ logistics. ພວກເພື່ອນຍັງສາມາດເຫັນທ່າອ່ຽງທີ່ເພີ່ມຂຶ້ນຢ່າງແຂງແຮງຂອງການຫັນເປັນດີຈີຕອນ, ຜົນກະທົບໃສ່ທັງພື້ນຖານເສດຖະກິດ, ສັງຄົມ ແລະພາກເອກະຊົນ, ຄຽງຂ້າງນັ້ນບັນດາປັດໃຈຄວາມໝັ້ນຄົງທີ່ພົ້ນເດັ່ນຂຶ້ນກໍ່ຕ້ອງໄດ້ຮັບການແກ້ໄຂ.

ພາສີຍີ່ປຸ່ນ ໄດ້ອັບເດດບັນດາມາດຕະການເພື່ອຕອບສະໜອງການປ່ຽນແປງສະພາບແວດລ້ອມຢ່າງໄວວາເຊັ່ນ: ການສົມທົບແຜນການກະທໍາ ປີ 2024 ເຂົ້າໃນຂໍ້ລິເລີ່ມພາສີອັດສະລິຍະ. ພາສີຍີ່ປຸ່ນ ຈະສືບຕໍ່ປະຕິບັດມາດຕະການອັດສະລິຍະບົນພື້ນຖານການຕີລາຄາການປ່ຽນແປງຂອງສະພາບການ, ກໍ່ສ້າງມາດຕະການປະຕິບັດຄືນໃໝ່ໃຫ້ທັນການ.

ພາສີຍີ່ປຸ່ນ ຍັງສົ່ງເສີມການຫັນເປັນດີຈີຕອນ, ເພີ່ມທະວີການສົນທະນາກັບວິສາຫະກິດ, ບັນດານັກຊ່ຽວຊານພາຍໃນ ແລະຕ່າງປະເທດເພື່ອເພີ່ມຄວາມແນບນຽນ ແລະປະສິດທິຜົນຂອງການເຄື່ອນໄຫວພາສີ.

ທ່ານ Michael Cymbalista ທີ່ປຶກສາອົງການພາສີ ແລະປົກປັກຮັກສາຊາຍແດນອົດສະຕາລີ ປະຈຳພາກພື້ນແມ່ນ້ຳຂອງ: ຊຸກຍູ້ໂຄງການວິສາຫະກິດບຸລິມະສິດ

ຂ້າພະເຈົ້າມີຄວາມປິຕິຍິນດີທີ່ຕາງໜ້າອົງການພາສີ ແລະປົກປັກຮັກສາຊາຍແດນອົດສະຕາລີ (ABF) ແບ່ງປັນກ່ຽວກັບໂຄງການວິສາຫະກິດບຸລິມະສິດ, ທີ່ເອີ້ນວ່າ ໂຄງການວິສາຫະກິດທີ່ໄວ້ເນື້ອເຊື່ອໃຈ (ATT).

ໃນປະຈຸບັນ ພວກຂ້າພະເຈົ້າມີຫຼາຍກວ່າ 1.000 ATT ແລະນີ້ແມ່ນໂຄງການທີ່ປະສົບຜົນສໍາເລັດທີ່ສຸດ, ສ້າງໂດຍ ABF ບົນພື້ນຖານຂອງກອບມາດຕະຖານຮັບປະກັນຄວາມປອດໄພ ແລະສ້າງຄວາມສະດວກໃຫ້ແກ່ການຄ້າຂອງ WCO (WCO SAFE) ແລະກໍ່ໄດ້ເພີ່ມເຕີມບາງມາດຖານທີ່ກ່ຽວຂ້ອງເຖິງການປະຕິບັດ.

ການສ້າງໂຄງການແມ່ນສໍາລັບທຸກເປົ້າໝາຍແມ່ນບັນດາວິສາຫະກິດທີ່ເຄື່ອນໄຫວໃນລະບົບຕ່ອງໂສ້ການສະໜອງສາກົນ. ເພື່ອໃຫ້ໄດ້ຮັບການຍອມຮັບວ່າເປັນ ATT, ວິສາຫະກິດຈະຖືກປະເມີນ,  ອະນຸມັດໂດຍບັນດາລັດຖະກອນທີ່ໄດ້ຮັບການບຳລຸງກໍ່ສ້າງຫຼາຍກວ່າ 18 ເດືອນ.

ດັ່ງນັ້ນ, ໃນລະຫວ່າງການປະເມີນ ແລະການອະນຸມັດ, ພວກຂ້າພະເຈົ້າຈະພິຈາລະນາມາດຕະຖານຂອງ WCO SAFE ທັງໝົດ, ພວກຂ້າພະເຈົ້າຍັງພິຈາລະນາປັດໃຈການປະຕິບັດຕາມກົດໝາຍ, ຄຸນນະພາບຂໍ້ມູນ, ແງ່ມູມດ້ານຄວາມໝັ້ນຄົງ, ກ່ຽວກັບການໜູນຊ່ວຍທາງດ້ານການເງິນ, ໂຄງການຄວາມໝັ້ນຄົງຂອງພາລະກອນວິສາຫະກິດໄປຄຽງຄູ່ກັບມາດຖານປະຕິບັດຕາມກົດໝາຍວ່າດ້ວຍການຄ້າ ແລະກົດໝາຍວ່າດ້ວຍພາສີ. ພວກຂ້າພະເຈົ້າ ກໍ່ພ້ອມແລ້ວທີ່ຈະຮ່ວມມື ແລະແລກປ່ຽນຂໍ້ມູນຂ່າວສານສາກົນເພື່ອຄວາມໝັ້ນຄົງ ຄວາມປອດໄພຂອງລະບົບຕ່ອງໂສ້ການສະໜອງສາກົນທັງໝົດ.

leftcenterrightdel
ທ່ານ Michael Cymbalista ທີ່ປຶກສາອົງການພາສີ ແລະປົກປັກຮັກສາຊາຍແດນອົດສະຕາລີ ປະຈຳພາກພື້ນແມ່ນ້ຳຂອງ. ພາບ: nhandan.vn

ກ່ຽວກັບແຜນການໃນອະນາຄົດ, ເໝາະສົມກັບ WCO SAFE, ພວກຂ້າພະເຈົ້າ ຄາດວ່າຈະເພີ່ມມາດຖານຈໍານວນໜຶ່ງ, ພິຈາລະນາເພີ່ມທະວີການແລກປ່ຽນຂໍ້ມູນ, ເພີ່ມທະວີການນໍາໃຊ້ເຕັກໂນໂລຢີເຂົ້າໃນໂຄງການ, ສືບທອດມາດຖານການປະຕິບັດຕາມຂັ້ນຕອນພາສີສີຂຽວກໍ່ສໍາຄັນທີ່ສຸດ.

ການຮ່ວມມືລະຫວ່າງ ABF ແລະພາສີຫວຽດນາມ ໄດ້ຮັບການເພີ່ມທະວີ, ພວກຂ້າພະເຈົ້າ ຮັບຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພວກເຮົາມີພື້ນຖານນັ້ນແມ່ນການພົວພັນຮ່ວມມືລະຫວ່າງລັດຖະບານສອງປະເທດ. ທ່ານ Michael Outram ຜູ້ບັນຊາການສູງສຸດ AFB ໄດ້ໄປຢ້ຽມຢາມກົມໃຫຍ່ພາສີຫວຽດນາມ ໃນເດືອນພຶດສະພາຜ່ານມາ, ໄດ້ເຮັດວຽກກັບທ່ານ ຫງວຽນວັນເກິນ ຫົວໜ້າກົມໃຫຍ່ພາສີຫວຽດນເມ ເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຮ່ວມມື, ໄດ້ລົງນາມໃນເອກະສານຮ່ວມມືຂັ້ນ MOU ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ ແລະການຮ່ວມມືຕ້ານການຄ້າເຖື່ອນ. ABF ຍິນດີຮ່ວມມືກັບພາສີຫວຽດນາມ ເພື່ອບັນລຸໄດ້ບັນດາໝາກຜົນທີ່ດີງາມຄືແນວນັ້ນ.

ABF ກໍ່ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການພົວພັນຮ່ວມມືກັບພາສີຫວຽດນາມ, ເມື່ອບໍ່ດົນມານີ້, ໄດ້ສົ່ງຜູ້ຕາງໜ້າທີ່ມີຕຳແໜ່ງເປັນເລຂາທິການຜູ້ທີໜຶ່ງ ປະຈຳສະຖານທູດອົດສະຕາລີ ແລະສູນນີ້ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອສົມທົບກັບພາສີຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື.

ກອງປະຊຸມຄັ້ງທີ 33 ໄດ້ດຳເນີນໄປປະສົບຜົນສໍາເລັດ, ບັນດາຄະນະຜູ້ແທນພາສີອາຊຽນ, ABF ກໍ່ໄດ້ຮັບການເຊີນເຂົ້າຮ່ວມໃນຖານະເປັນຄູ່ຮ່ວມມືເຈລະຈາ. ພາສີຫວຽດນາມ ໄດ້ສຳເລັດໜ້າທີ່ຢ່າງຈົບງາມ, ບໍ່ພຽງແຕ່ໃນເນື້ອໃນເທົ່ານັ້ນ ຫາກຍັງແມ່ນບັນດາການເຄື່ອນໄຫວຢູ່ນອກກອງປະຊຸມອີກດ້ວຍ.

ໂດຍ: ຈາງຫງວຽນ