ຈຸດສຸມຂອງເວທີປາໄສແມ່ນການສົມທົບກັນໃນພາກພື້ນ ແລະການແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາອົງການຕໍາຫຼວດທະເລ. ຕາມເຈົ້າໜ້າທີ່ຟີລິບປິນ ແລ້ວ, ໂດຍແມ່ນບັນດາປະເທດທີ່ມີທະເລ, ປະຊາຄົມອາຊຽນ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ຈາກອາດຊະຍາກຳຂ້າມຊາດ, ການຫາປາທີ່ຜິດກົດໝາຍ ແລະໄພນາບຂູ່ ແລະສິ່ງທະທ້າຍເຖິງຄວາມໝັ້ນຄົງທາງທະເລແບບໃໝ່ຈົນເຖິງໄພທຳມະຊາດ ແລະການຊຸດໂຊມຂອງສິ່ງແວດລ້ອມທາງທະເລ. ສິ່ງທີ່ສຳຄັນແມ່ນບັນດາປະເທດຕ້ອງຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວຢ່າງມີປະສິດທິຜົນ, ຍົກສູງຄວາມສາມາດລວມໝູ່ ແລະຄວາມສາມາດຟື້ນຟູ ເມື່ອປະເຊີນໜ້າກັບໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນ.

leftcenterrightdel
ກຳລັງຮັກສາຄວາມໝັ້ນຄົງທາງທະເລ Mindanao ກຽມພ້ອມໃຫ້ເວທີປາໄສຕໍາຫຼວດທະເລອາຊຽນ. ພາບ: CGDSM

ດ້ວຍການຊຸກຍູ້ການຮ່ວມມື ແລະການແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາອົງການປ້ອງກັນຝັ່ງທະເລ, ອາຊຽນ ສາມາດຕ້ານຄືນໄພນາບຂູ່ດັ່ງກ່າວຢ່າງມີປະສິດທິຜົນ ແລະຮັບປະກັນຄວາມປອດໄພ ແລະຄວາມໝັ້ນຄົງໃຫ້ຂົງເຂດການເດີນທະເລໃນພາກພື້ນ.

ທ່ານພົນຈັດຕະວາ Armando Balilo, ໂຄສົກຂອງຕໍາຫຼວດທະເລຟີລິບປິນ (PCG) ໃຫ້ຮູ້ວ່າ: ເວທີປາໄສແມ່ນໂອກາດເພື່ອໃຫ້ຝ່າຍຕ່າງໆແລກປ່ຽນຂໍ້ມູນຂ່າວສານ, ສະແດງໃຫ້ເຫັນການຮ່ວມມືໃນການປົກປັກຮັກສາຊັບພະຍາກອນທະເລຂອງອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນເປີດກວ້າງການພົວພັນລະຫວ່າງບັນດາສະມາຊິກ, ພິເສດແມ່ນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ເວທີປາໄສຍັງປຶກສາຫາລືບັນດາມາດຕະການແກ້ໄຂການຄ້າຢາເສບຕິດ, ການຄ້າມະນຸດ, ການຫາປາທີ່ຜິດກົດໝາຍ, ໂຈນສະລັດ ແລະອາວຸດລ້າງຜານໃນພາກພື້ນ.

ໃນຂອບເຂດເວທີປາໄສຍັງຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະຖະແຫຼງການຮ່ວມມືໃນການປົກປັກຮັກສາຊັບພະຍາກອນທະເລ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ທູຈາງ