leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ທີ່ກອງປະຊຸມຂ່າວກ່ຽວກັບເຫດການສຳຄັນໃນອາຍຸການເປັນປະທານພາສີອາຊຽນ ຂອງພາສີຫວຽດນາມ ໂດຍກົມໃຫຍ່ພາສີຈັດຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຫວຽດງາ, ຮອງຫົວໜ້າກົມຮ່ວມມືສາກົນ, ກົມໃຫຍ່ພາສີ ໃຫ້ຮູ້ວ່າ ກອງປະຊຸມກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ຈະດຳເນີນແຕ່ວັນທີ 4 ມິຖຸນາ ຫາວັນທີ 6 ມິຖຸນາ ຢູ່ຟູກວ໊ກ, ຫວຽດນາມ.

ຕາມທ່ານນາງ ຫງວຽນທິຫວຽດງາ ແລ້ວ, ນີ້ແມ່ນຄັ້ງທີ 4 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ. ຄາດວ່າກອງປະຊຸມດັ່ງກ່າວຈະມີການເຂົ້າຮ່ວມຂອງຜູ້ແທນສາກົນປະມານ 100 ຄົນ ທີ່ມາຈາກ 10 ຄະນະພາສີບັນດາປະເທດອາຊຽນ, ພ້ອມດ້ວຍການນຳຂັ້ນສູງອົງການພາສີບັນດາປະເທດຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ແລະພາກເອກະຊົນ. ຄາດວ່າໃນກອງປະຊຸມຄັ້ງນີ້ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນ, ຄື: ເອກະສານການເງິນເອເລັກໂຕນິກຜ່ານປະຕູດຽວອາຊຽນ; ຜັນຂະຫຍາຍລະບົບຜ່ານແດນລະຫວ່າງບັນດາປະເທດອາຊຽນ (ACTS); ວິວັດທະນາການຜັນຂະຫຍາຍຂໍ້ຕົກລົງຮັບຮອງເຊິ່ງກັນແລະກັນ ກ່ຽວກັບວິສາຫະກິດບຸລິມະສິດໃນອາຊຽນ…

ໂດຍ: ກວ໊ຽດເຕິມ