ເນື່ອງໃນໂອກາດ ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 – 07/05/2024), ວັນທີ 8 ພຶດສະພາ, ໃນລາຍການຂ່າວພາກພາສາຂະແມ ແລະ ອັງກິດ, ໜັງສືພິມ Khmer Times ຂອງ ກຳປູເຈຍ ໄດ້ຄັດສະເໜີຄຳປາໄສຂອງທ່ານ Uch Leang, ນັກຄົ້ນຄວ້າສັງກັດສະຖາບັນບັນດິດ ລາຊະວົງ ກຳປູເຈຍ (RAC), ໂດຍໃຫ້ຂໍ້ສັງເກດວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນແບບກ່ຽວກັບນ້ຳໃຈສາມັກຄີລະຫວ່າງຫວຽດນາມ, ລາວ ແລະ ກຳປູເຈຍ. ນັກຄົ້ນຄວ້າ Uch Leang ໃສ່ໃຈວ່າ ອຳນາດການປົກຄອງ ແລະປະຊາຊົນສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຍັງຄົງເຊີດຊູນ້ຳໃຈນັ້ນຈົນຮອດທຸກມື້ນີ້, ສືບຕໍ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ແກ່ເປົ້າໝາຍ ແລະ ຫຼັກໝັ້ນລວມໃນເວທີສາກົນ, ກໍຄືໃນຂອບເຂດອາຊຽນ.

leftcenterrightdel
ໜັງສືພິມສຳນັກຂ່າວສານ ກຳປູເຈຍ ສະບັບອອກວັນທີ 7 ພຶດສະພາ ໃຫ້ຂ່າວກ່ຽວກັບພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ສຳນັກຂ່າວສານກຳປູເຈຍ (AKP) ໄດ້ເອົາລົງຫຼາຍບົດຂຽນຍ້ອງຍໍຊົມເຊີຍໄຊຊະນະ ດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954 ຂອງ ຫວຽດນາມ. ສຳນັກຂ່າວສານແຫ່ງຊາດກຳປູເຈຍ ກໍໄດ້ໃຫ້ຂ່າວກ່ຽວກັບພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ ທີ່ໄດ້ຈັດຢູ່ແຂວງດ້ຽນບຽນ ໃນວັນທີ 7 ພຶດສະພາ ຜ່ານມາ ເຊັ່ນດຽວກັນ.

ໂດຍ: ກວຽດເຕິມ