ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ ໂດຍຮັບຮູ້ຢ່າງຈະແຈ້ງຕໍ່ຜົນສະທ້ອນອັນໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ກັບການພັດທະນາແບບຍືນຍົງຂອງປະເທດ ກໍຄືການມີຊີວິດຂອງປະຊາຊົນ, ຫວຽດນາມ ໄດ້ມີການກະທໍາຕັ້ງແຕ່ຫົວທີ ແລະໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງເພື່ອຮັບມືກັບສິ່ງທ້າທາຍນີ້. ໃນລະດັບພາກພື້ນ, ອາຊຽນ ເປັນຄອບຄົວໃຫຍ່, ເປັນປະຊາຄົມທີ່ເອົາໃຈໃສ່, ແບ່ງປັນ, ມີຜົນປະໂຫຍດລວມໃນການຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຍູ້ແຮງການຫັນປ່ຽນພະລັງງານ. 

leftcenterrightdel
ກອງປະຊຸມປຶກສາຫາລືຂັ້ນສູງ ອາຊຽນ-ອົດສະຕາລີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ. ພາບ: qdnd.vn

ໃນໄລຍະຜ່ານມາ, ບັນດາປະເທດອາຊຽນ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຜ່ານຫຼາຍຍຸດທະສາດ, ແຜນການກະທໍາທີ່ກ່ຽວຂ້ອງ. ອາຊຽນ, ໃນນັ້ນມີ ຫວຽດນາມ ຖື ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດ, ສອງຝ່າຍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອປະຕິບັດຄໍາໝັ້ນສັນຍາຕໍ່ກັບສັນຕິພາບ ແລະການພັດທະນາແບບຍືນຍົງໃນພາກພື້ນ. ອາຊຽນ ຮັບຮູ້ການໜູນຊ່ວຍ ເຊິ່ງ ອົດສະຕາລີ ສະຫງວນໃຫ້ແກ່ປະຊາຄົມ ໃນຕະຫຼອດຊຸມປີຜ່ານມາ.

ສ່ວນທ່ານ Kristin Tilley ເອກອັກຄະລັດຖະທູດຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງອົດສະຕາລີ ຢັ້ງຢືນວ່າ ອົດສະຕາລີ ປາດຖະໜາຢາກຮ່ວມມືກັບອາຊຽນ ໃນທຸກຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ ເພື່ອແນໃສ່ໜູນຊ່ວຍອາຊຽນ ພັດທະນາສີຂຽວ ແລະວັດທະນາຖາວອນ.

ໂດຍ: ໄຊຊະນະ