ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວລວມຂອງຄະນະກຳມະການອາຊຽນ
ກປ.ອອນໄລ - ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ແບ່ງປັນກ່ຽວກັບການຕົກລົງອອກສະໝັກເລືອກຕັ້ງຂອງຫວຽດນາມ ຢູ່ບາງເວທີປາໄສ, ພ້ອມທັງສະເໜີບັນດາປະເທດອາຊຽນສະໜັບສະໜູນ.
ວັນທີ 23 ກັນຍາ ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະບັນດາອົງການສາກົນຢູ່ ເຊີແນວ (ປະເທດສະວິດ) ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມະການບັນດາປະເທດອາຊຽນ ຢູ່ ເຊີແນວ ໄດ້ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດສະມາຊິກອາຊຽນ.
    |
 |
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະບັນດາອົງການສາກົນຢູ່ເຊີແນວ (ປະເທດສະວິດ). ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ພ້ອມດ້ວຍເອກອັກຄະລັດຖະທູດ ແລະຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດສະມາຊິກອາຊຽນ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບການເຄື່ອນໄຫວ ແລະຂໍ້ລິເລີ່ມລວມຂອງກຸ່ມ ກໍ່ຄືແບ່ງປັນຂໍ້ລິເລີ່ມ, ຂໍ້ສະເໜີຂອງຫວຽດນາມ ແລະຂອງບາງປະເທດອາຊຽນ ຢູ່ສະພາສິດທິມະນຸດ ຂອງ ສປຊ, ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະການພັດທະນາ (UNCTAD), ອົງການຊັບສິນທາງປັນຍາໂລກ (WIPO), ອົງການການຄ້າໂລກ (WTO) ແລະເວທີປາໄສຫຼາຍຝ່າຍອື່ນຢູ່ເຊີແນວ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ແບ່ງປັນກ່ຽວກັບການຕົກລົງອອກສະໝັກເລືອກຕັ້ງຢູ່ບາງເວທີປາໄສ, ພ້ອມທັງສະເໜີບາງປະເທດອາຊຽນ ແລະ ຕີມໍ ແລັດສະເຕ ສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງປ່ອນບັດເຂົ້າບາງຕໍາແໜ່ງຢູ່ອົງການຈັດຕັ້ງສາກົນຕ່າງໆໃນໄລຍະຈະມາເຖິງ.
ໂດຍ: ໄຊນີດາ