leftcenterrightdel
ທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi. ພາບ: ກະຊວງການຕ່າງປະເທດອິນໂດເນເຊຍ

ອາຊຽນ ໃຫ້ຄຳໝັ້ນໝາຍຢ່າງແຂງແຮງ ເພື່ອບັນລຸການພັດທະນາແບບຍືນຍົງຢູ່ພາກພື້ນ. ນີ້ແມ່ນສານ ເຊິ່ງທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi ທີ່ຕາງໜ້າໃຫ້ບັນດາປະເທດອາຊຽນ ຍົກອອກມາທີ່ກອງປະຊຸມສຸດຍອດບັນດາເປົ້າໝາຍການພັດທະນາແບບຍືນຍົງ, ດຳເນີນໃນວັນທີ 19 ກັນຍາ,  ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ນິວຢອກ, ອາເມລິກາ).

ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi  ເນັ້ນໜັກວ່າ ສະພາບແວດລ້ອມທົ່ວໂລກນັບມື້ນັບປະເຊີນໜ້າກັບສິ່ງທ້າທາຍ ແລະຄວາມບໍ່ແນ່ນອນຫຼາຍຢ່າງ. ສະນັ້ນ, ອາຊຽນ ຊຸກຍູ້ການຮ່ວມມືເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະຮັບມືກັບສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະການກະທົບໃນອະນາຄົດ. ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ, ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໃຫ້ຮູ້ວ່າ ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາຊຸກຍູ້ວິໄສທັດປະຊາຄົມອາຊຽນ 2025,  ໂຄງການດຳເນີນງານ 2030 ກໍ່ຄືຄວາມມານະພະຍາຍາມມຸ່ງໄປເຖິງວິໄສທັດປະຊາຄົມອາຊຽນ 2045. ນອກນັ້ນ, ອາຊຽນ ຍັງຈະປະຕິບັດບັນດາຄຳໝັ້ນສັນຍາເພື່ອຊຸກຍູ້ການພັດທະນາແບບຍືນຍົງ. ອາຊຽນ ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນເລື່ອງເພີ່ມທະວີລັດທິຫຼາຍຝ່າຍ, ໂດຍອີງໃສ່ແກ່ນສານແມ່ນສະຫະປະຊາຊາດ, ພ້ອມກັນນັ້ນ, ສະໜັບສະໜູນການປະຕິບັດຕາມຫຼັກການຂອງກົດບັດສະຫະປະຊາຊາດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ