ຫວຽດນາມ ຈັດຕັ້ງກອງປະຊຸມປະຈຳປີຄະນະບໍລິຫານງານສະມາຄົມຈໍາໜ່າຍອາຊີຕາເວັນອອກສ່ຽງໃຕ້
ກປ.ອອນໄລ - ສະມາຄົມຈໍາໜ່າຍຫວຽດນາມ ໃນຖານະບົດບາດເປັນປະທານໝູນວຽນອາຍຸການ 2022-2023 ຈະສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດຕັ້ງກອງປະຊຸມປະຈຳປີ ຄະນະບໍລິຫານງານສະມາຄົມຈໍາໜ່າຍອາຊີຕາເວັນອອກສ່ຽງໃຕ້ (ASEAN Book Publishers Association - ABPA) ແລະການເຄື່ອນໄຫວອື່ນໆແຕ່ວັນທີ 14-16 ກັນຍາ.
ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກໃນສະມາຄົມ ABPA ແລກປ່ຽນບົດຮຽນ ແລະສະເໜີມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດຈຳໜ່າຍຢູ່ພາກພື້ນ. ກອງປະຊຸມໄດ້ສຸມໃສ່ຫົວຂໍ້ ຄື: ກວດກາຄືນສະພາບຕົວຈິງຂອງຂະແໜງຈຳໜ່າຍຂອງບັນດາປະເທດສະມາຊິກ ABPA; ປຶກສາຫາລື ແລະສະເໜີທິດທາງຊຸກຍູ້ການຮ່ວມມືພາຍໃນພາກພື້ນ; ເພີ່ມທະວີການພົບປະ, ແລກປ່ຽນ ແລະທຸລະກຳລິຂະສິດລະຫວ່າງບັນດາປະເທດສະມາຊິກ ABPA; ປຶກສາຫາລື ແລະຕົກລົງປະເທດໃດຈະດຳລົງຕຳແໜ່ງເປັນປະທານໝູນວຽນ ABPA ອາຍຸການ 2024-2025.
    |
 |
ຖະໜົນປຶ້ມ ນະຄອນໂຮ່ຈີມິນ. ພາບ: daidoanket.vn |
ຢູ່ນອກກອງປະຊຸມ, ຕອນບ່າຍວັນທີ 15 ກັນຍາ, ສະມາຄົມຈໍາໜ່າຍຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນ “ປົກປ້ອງລິຂະສິດປຶ້ມທາງອິນເຕີແນັດ” ເພື່ອໃຫ້ບັນດານັກວິທະຍາສາດ, ຜູ້ວາງແຜນນະໂຍບາຍ, ນັກຄຸ້ມຄອງ, ບັນດາຫົວໜ່ວຍຈຳໜ່າຍຂອງຫວຽດນາມ ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ແລກປ່ຽນບົດຮຽນ ແລະມາດຕະການ ເພື່ອຍົກສູງປະສິດທິຜົນການປົກປ້ອງລິຂະສິດປຶ້ມໃນສະພາບການຫັນເປັນດີຈີຕອນ ແລະການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດຈຳໜ່າຍ.
ໂດຍ: ທູຈາງ