ຫວຽດນາມ ເຂົ້າຮ່ວມການເຈລະຈາ ລັດເຊຍ-ອາຊຽນ ຢູ່ EEF 2023
ວັນທີ 11 ກັນຍາ, ໃນຂອບເຂດເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກ (EEF 2023) ຢູ່ Saint Petersburg, ໄດ້ຈັດການເຈລະຈາລະຫວ່າງ ລັດເຊຍ-ອາຊຽນ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນລັດເຊຍ ກັບບັນດາປະເທດສະມາຊິກອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ໂດ້ແທງຈູງ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ນຳໜ້າເຂົ້າຮ່ວມເຫດການ.
    |
 |
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 11 ກັນຍາ, ໃນຂອບເຂດເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກ (EEF 2023) ຢູ່ Saint Petersburg, ໄດ້ຈັດການເຈລະຈາລະຫວ່າງ ລັດເຊຍ-ອາຊຽນ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນລັດເຊຍ ກັບບັນດາປະເທດສະມາຊິກອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ໂດ້ແທງຈູງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ນຳໜ້າເຂົ້າຮ່ວມເຫດການ.
ທ່ານຮອງລັດຖະມົນຕີ ໂດ້ແທງຈູງ ຖືວ່າ ເວທີປາໄສດັ່ງກ່າວໄດ້ສຸມໃສ່ເຂົ້າໃນຫຼາຍບັນຫາແມ່ນທ່າອ່ຽງພັດທະນາລວມໃນປະຈຸບັນຂອງບັນດາປະເທດໃນໂລກ, ໃນນັ້ນມີ ຫວຽດນາມ, ຄື: ການນຳໃຊ້ພະລັງງານບັນລຸປະສິດທິຜົນ; ເສດຖະກິດໝູນວຽນ, ເສດຖະກິດສີຂຽວ… ພິເສດ, ບັນດາປະເທດໄດ້ມີຄວາມສົນໃຈຫຼາຍຢ່າງເຖິງຂົງເຂດການຫັນເປັນດີຈີຕອນເພື່ອຮັບໃຊ້ການດຳລົງຊີວິດ, ຊີວິດປະຈຳວັນ ແລະການພັດທະນາເສດຖະກິດ. ພ້ອມກັນນັ້ນ, ລັດເຊຍ ກໍ່ແນະນຳຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງພາກຕາເວັນອອກໄກໃຫ້ແກ່ບັນດາປະເທດ ອາຊຽນ. ຕາມທ່ານຮອງລັດຖະມົນຕີ ໂດ້ແທງຈູງ ແລ້ວ, ເລື່ອງສິນຄ້າຂອງຫວຽດນາມ ໄດ້ວາງຂາຍຢູ່ຫຼາຍຮ້ານສັບພະສິນຄ້າຢູ່ເຂດຕາເວັນອອກໄກຂອງລັດເຊຍ ແມ່ນທ່າໄດ້ປຽບທີ່ໃຫຍ່ຫຼວງໃຫ້ແກ່ວິສາຫະກິດຫວຽດນາມ ເພີ່ມທະວີການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າໃຫ້ຫຼາຍກວ່າເກົ່າ.
ກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ໂດ້ແທງຈູງ ຖືວ່າ ການທ່ອງທ່ຽວເຂດຕາເວັນອອກໄກແມ່ນກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນ, ບໍ່ພຽງແຕ່ສຳລັບແຂກທ່ອງທ່ຽວຫວຽດນາມ ເທົ່ານັ້ນ, ຫາກຍັງໃຫ້ນັບທັງວິສາຫະກິດທ່ອງທ່ຽວ ຫວຽດນາມ ອີກດ້ວຍ.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ