ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ຮ່ວາງຫືວແອັງ, ຮອງຫົວໜ້າກົມການທູດວັດທະນະທຳ ແລະ UNESCO, ຫົວໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ: “ລາຍການປີນີ້, ຄະນະຈັດຕັ້ງໄດ້ມີການດັດປັບ ໃຫ້ເໝາະສົມກັບແຕ່ລະບໍລິເວນ. ເປົ້າໝາຍຂອງເຫດການແມ່ນໂຄສະນາພາບພົດຂອງປະເທດຊາດ ແລະປະຊາຊົນຫວຽດນາມ ທີ່ເຕັມໄປດ້ວຍມູນເຊື້ອ ວັດທະນະທຳ ແຕ່ຍັງມີຄວາມຂະຫຍັນຂັນເຄື່ອນ ແລະພັດທະນາ ມາໃຫ້ປະຊາຊົນ.”

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວປະກາດເຫດການ “ວັນຫວຽດນາມ ຢູ່ຕ່າງປະເທດ 2023”.

“ວັນຫວຽດນາມ ຢູ່ຕ່າງປະເທດ” ແມ່ນລາຍການໂຄສະນາລະດັບຊາດ ເຊິ່ງນາຍົກລັດຖະມົນຕີ ມອບໃຫ້ກະຊວງການຕ່າງປະເທດ ເປັນເຈົ້າພາບຈັດຕັ້ງປະຈຳປີ ນັບແຕ່ປີ 2010 ເປັນຕົ້ນມາ. ປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ- ອາຟຣິກາໃຕ້, 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຝລັ່ງ ແລະ ຫວຽດນາມ - ຍີ່ປຸ່ນ, ລາຍການ “ວັນຫວຽດນາມ ຢູ່ຕ່າງປະເທດ” ຈະດຳເນີນຢູ່ 3 ປະເທດດັ່ງກ່າວ.

ນອກຈາກການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງແລ້ວ, ລາຍການຍັງຈະຈັດກອງປະຊຸມສຳມະນາ ແລະເວທີປາໄສຊຸກຍູ້ເສດຖະກິດ, ການຄ້າ ແລະການລົງທຶນ ກໍ່ຄືລາຍການພົບປະແລກປ່ຽນ, ສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຫວຽດນາມ ອີກດ້ວຍ.

ໂດຍ: ທູຈາງ