ຫວຽດນາມ ເປັນຄູ່ຮ່ວມມືນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນ
ຫວຽດນາມ ໄດ້ ແລະກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ມີຄຳແບ່ງປັນ, ຊົມເຊີຍບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ໃນນັ້ນໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະຄຽງບ່າຄຽງໄຫຼ່, ສະໜັບສະໜູນ ເພື່ອສ້າງສັນປະເທດຫວຽດນາມ ທີ່ວັດທະນາຖາວອນ ແລະພັດທະນາແບບຍືນຍົງ.
    |
 |
ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ. ພາບ: un.org |
ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານນາງ Pauline Tamesis, ຢັ້ງຢືນວ່າ ສປຊ ເຊື່ອໝັ້ນວ່າ ຫວຽດນາມ ຈະຫັນສິ່ງທ້າທາຍເປັນໂອກາດ ເພື່ອຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໃຫ້ນັບມື້ນັບຍືນຍົງ, ຮອບດ້ານ ແລະເຂັ້ມແຂງກວ່າເກົ່າ, ໃນນັ້ນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.
ໃນຂະນະນັ້ນ, ທ່ານນາງ Ramla3 Khalidi, ຫົວໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນໃນໄລຍະເວລາສັ້ນເປັນພິເສດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ