ການພົບປະແລກປ່ຽນສິລະປະເຊີດຊູສີສັນວັດທະນະທຳຂອງບັນດາປະເທດສະມາຊິກອາຊຽນ
ເພື່ອສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (1967-2023) ແລະ 78 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ (2-9-1945 / 2-9-2023), ຕອນຄໍ່າວັນທີ 30 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໄດ້ສົມທົບກັບສະຖານທູດບັນດາປະເທດອາຊຽນ ປະຈຳ ຮ່າໂນ້ຍ ຈັດການພົບປະແລກປ່ຽນສິລະປະສາກົນ.