ວັນທີ 25 ສິງຫາ, ບັນດາທ່ານລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານສູນກາງ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບກອງປະຊຸມລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 10 ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ກອງປະຊຸມແມ່ນໂອກາດ ເພື່ອໃຫ້ບັນດາທ່ານລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານສູນກາງອາຊຽນ ໄດ້ພົບປະ ແລະປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດມະຫາພາກໃນພາກພື້ນ ກໍ່ຄືຍົກອອກຄຳຊີ້ນຳໂດຍກົງ, ລະອຽດກ່ຽວກັບການກຳນົດທິດການເຄື່ອນໄຫວຂອງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານການເງິນອາຊຽນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ:

ເມື່ອຕີລາຄາກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມຄັ້ງຕ່າງໆ, ທ່ານ ຫວໍແທ່ງຮືງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນການເປັນປະເທດທີ່ມີຄວາມຮັບຜິດຊອບ ແລະເປັນເຈົ້າການໃນວິວັດການເຊື່ອມໂຍງເຂົ້າກັບອາຊຽນ, ໃນນັ້ນມີການເຊື່ອມໂຍງດ້ານການເງິນ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື, ເຂົ້າຮ່ວມຂັ້ນຕອນການຮ່ວມມືດ້ານການເງິນ, ບັນຊີ, ຮ່ວມມືເປີດປະຕູການບໍລິການ, ການຄ້າ, ການບໍລິການດ້ານການເງິນ. ທ້າຍປີນີ້, ຫວຽດນາມ ຈະຈັດກອງປະຊຸມຜູ້ຄຸ້ມຄອງປະກັນໄພຂອງພາກພື້ນອາຊຽນ ແລະໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ສວມບົດບາດຕັ້ງໜ້າ ແລະເປັນເຈົ້າການເຂົ້າຮ່ວມວິວັດທະນາການນີ້. ພວກເຮົາສະແດງໃຫ້ເຫັນວ່າ, ນີ້ແມ່ນບົດບາດທີ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ແລະກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເຊື່ອມໂຍງ ແລະເປີດກວ້າງກາລະໂອກາດໃຫ້ສາກົນເຂົ້າມາລົງທຶນຢູ່ຫວຽດນາມ.”

ທີ່ກອງປະຊຸມ, ລັດຖະມົນຕີກະຊວງການເງິນລາວ ໄດ້ຮັບດໍາລົງຕຳແໜ່ງເປັນປະທານວິວັດທະນາການຮ່ວມມືດ້ານການເງິນອາຊຽນ ປີ 2024.

ໂດຍ: ທະນາພອນ