ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງວັນບຸນວິສາຂະບູຊາ ພສ 2567
ກປ.ອອນໄລ - ຕອນເຊົ້າວັນທີ 2 ມິຖຸນາ, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງວັນບຸນວິສາຂະບູຊາ ພສ 2567 (ຄສ 2023).
ກ່າວຄຳເຫັນທີ່ພິທີ, ພະມະຫາອາຈານ ທິກມິງກວາງ ໄດ້ສົ່ງສານຂອງສະມາຄົມພຸດທະສາສະໜາຫວຽດນາມ ເຖິງພະສົງ, ສຳມະເນນ, ພຸດທະສາສະນິກະຊົນ ແລະປະຊາຄົມຊາວຫວຽດນາມ; ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເສີມຂະຫຍາຍມູນເຊື້ອປົກປັກຮັກສາປະເທດຊາດ, ປະຊາຊົນຢູ່ເຢັນເປັນສຸກ ແລະຮ່ວມເດີນທາງກັບປະເທດຊາດ.
    |
 |
ພະສົງສຳມະເນນຂອງຫວຽດນາມ ແລະລາວ ພ້ອມດ້ວຍພຸດທະສາສະນິກະຊົນ, ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ປະຕິບັດພິທີຫົດສົງນ້ຳພະ. ພາບ: ສໍານັກຂ່າວສານຫວຽດນາມ. |
ພະສົງສຳມະເນນຂອງຫວຽດນາມ ແລະລາວ ພ້ອມດ້ວຍພຸດທະສາສະນິກະຊົນ, ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ພ້ອມກັນລະນຶກເຖິງບຸນຄຸນຂອງພະພຸດທະເຈົ້າ; ປະຕິບັດພິທີຖະຫວາຍທູບທຽນ, ຫົດສົງນ້ຳພະຕາມປະເພນີຂອງວັນບຸນວິສາຂະບູຊາ ແລະພາວະນາຂໍໃຫ້ທົ່ວປວງຊົນທັງຊາດເວົ້າລວມ ແລະຊາວຫວຽດນາມ ອາໄສຢູ່ລາວ ເວົ້າສະເພາະຈົ່ງມີແຕ່ຄວາມສັນຕິສຸກ, ສະໜຸກສຳລານ.
ໂດຍ: ທູຈາງ