ກອງປະຊຸມໂດຍທ່ານ Nong Rong ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານ Chan Aye ເລຂາຜູ້ປະຈໍາການກະຊວງການຕ່າງປະເທດມຽນມາ ເປັນປະທານຮ່ວມກັນ. ບັນດາເຈົ້າໜ້າທີ່ອາວຸໂສ ແລະຜູ້ຕາງໜ້າບັນດາປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະຜູ້ຕາງໜ້າຄະນະເລຂາອາຊຽນ ກໍ່ໄດ້ເຂົ້າຮ່ວມ.

leftcenterrightdel
ພາບປະກອບຄັດຈາກ: ອາຊຽນ Briefing

ສອງຝ່າຍໄດ້ພິຈາລະນາຢ່າງຕັ້ງໜ້າກ່ຽວກັບທ່ວງທ່າພັດທະນາອັນດີງາມໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ອາຊຽນ. ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບການຊຸກຍູ້ການຮ່ວມມືໃນອະນາຄົດ ແລະບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ Nong Rong ໃຫ້ຮູ້ວ່າ ຝ່າຍຈີນ ຫວັງຢາກຮ່ວມມືກັບບັນດາປະເທດອາຊຽນ ເພື່ອຊອກຫາກາລະໂອກາດຮ່ວມມືໃໝ່ໃນຂົງເຂດຕ່າງໆ, ຄື: ຂະແໜງອຸດສາຫະກຳໃໝ່, ພະລັງງານໃໝ່, ເງິນຕາ ແລະການເງິນ, ຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ການພົບປະແລກປ່ຽນວັດທະນະທຳ ແລະປະຊາຊົນ.

ທ່ານ Nong Rong ໃຫ້ຮູ້ວ່າ ຈີນ ກໍ່ວາງເປົ້າໝາຍເພີ່ມທະວີການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອາລິຍະທຳທົ່ວໂລກ ແລະການສ້າງປະຊາຄົມອາຊຽນ, ພ້ອມທັງພະຍາຍາມສ້າງປະຊາຄົມ ຈີນ-ອາຊຽນ ໃຫ້ມີຄວາມໃກ້ຊິດສະໜິດສະໜົມກັນກວ່າເກົ່າໃນອະນາຄົດ.

ຜູ້ແທນບັນດາປະເທດອາຊຽນທີ່ເຂົ້າຮ່ວມ ໄດ້ສະແດງຄວາມພ້ອມກັບ ຈີນ ເພື່ອຊຸກຍູ້ການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ, ເພີ່ມທະວີການຮ່ວມມືໃນຂົງເຂດການພັດທະນາສີຂຽວ, ເສດຖະກິດດີຈີຕອນ, ການເຊື່ອມຕໍ່ ແລະກະສິກຳແບບຍືນຍົງ. ສອງຝ່າຍກໍ່ໃຫ້ຮູ້ວ່າ ໄດ້ກຽມຄວາມພ້ອມແລ້ວເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ອາຊຽນ ໃຫ້ພັດທະນາກວ່າອີກ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນໃນພາກພື້ນ.

ໂດຍ: ເຈິ່ນຮວ່ຽນ