ສູນເຕົ້າໂຮມສິນຄ້າເອກະລັກສະເພາະ ຈີນ-ອາຊຽນ ຢູ່ກວາງຊີ
ກປ.ອອນໄລ - ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການກໍ່ສ້າງເຂດການຄ້າເສລີ ຈີນ-ອາຊຽນ ຮຸ່ນ 3.0 ແລະຍາດແຍ່ງໂອກາດໃນການພັດທະນາໃໝ່ ໂດຍສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ນໍາມາໃຫ້, ສວນສາທາລະນະພະລາທິການສາກົນ ຈີນ-ສິງກະໂປ ຫຼືສູນ Logistics ສາກົນ ຈີນ-ສິງກະໂປ (CSILP) ຢູ່ໜານໜິງ, ກວາງຊີ, ປະເທດຈີນ ແລະຄະນະເລຂາຈັດງານຕະຫຼາດນັດຈີນ-ອາຊຽນ (CAEXPO) ໄດ້ສົມທົບກັນກໍ່ສ້າງສູນເຕົ້າໂຮມສິນຄ້າເອກະລັກສະເພາະ ຈີນ-ອາຊຽນ, ໃນນັ້ນມີຮ້ານວາງສະແດງສິນຄ້າຂອງຫວຽດນາມ.
ເປີດການນໍາໃຊ້ຢ່າງເປັນທາງການໃນວັນທີ 14 ກັນຍາ 2022, ສູນເຕົ້າໂຮມສິນຄ້າເອກະລັກສະເພາະ ຈີນ-ອາຊຽນ ມີເງິນລົງທຶນກໍ່ສ້າງທັງໝົດປະມານ 3,1 ຕື້ຢວນ (ປະມານ 445 ລ້ານໂດລາສະຫະລັດ), ເນື້ອທີ່ກໍ່ສ້າງທັງໝົດແມ່ນປະມານ 1 ລ້ານຕາແມັດ.
    |
 |
ເຂດແນະນຳສູນ ທີ່ສູນ Logistics ສາກົນ ຈີນ-ສິງກະໂປ. ພາບ: vov.vn |
ປະຈຸບັນ, ສູນດັ່ງກ່າວມີຮ້ານວາງສະແດງ 17 ຮ້ານ, ໃນນັ້ນມີ 10 ຮ້ານແມ່ນຂອງບັນດາປະເທດອາຊຽນ, 4 ຮ້ານແມ່ນຂອງປະເທດ RCEP, ຮ້ານວາງສະແດງສິນຄ້າຂອງປາກີດສະຖານ, ສູນການຄ້າ Halal ແລະຮ້ານຂອງແຂວງກວາງຊີ, ດ້ວຍຜະລິດຕະພັນທີ່ນຳມາວາງສະແດງ ກວ່າ 3.000 ຊະນິດ. ນອກຈາກການຊອກຫາຄູ່ຮ່ວມມື ແລະກາລະໂອກາດໃນການຮ່ວມມືແລ້ວ, ຜູ້ທີ່ເຂົ້າມາຢ້ຽມຊົມຍັງສາມາດຊື້ສິນຄ້າບາງຊະນິດຜ່ານການສະແກນລະຫັດ QR ຢູ່ປ້າຍຊື່ຂອງແຕ່ລະຜະລິດຕະພັນ.
    |
 |
ຮ້ານວາງສະແດງສິນຄ້າຂອງຫວຽດນາມ. ພາບ: vov.vn |
ການປັບປຸງຈັດສ້າງ CAEXPO ທາງອອນລາຍ ແລະເພີ່ມການກໍ່ສ້າງສູນເສດຖະກິດການຄ້າ ຈີນ-ອາຊຽນ ແລະສູນເຕົ້າໂຮມສິນຄ້າເອກະລັກສະເພາະ ຈີນ-ອາຊຽນ ແມ່ນໜຶ່ງໃນສີ່ຂົງເຂດທີ່ຄະນະຈັດຕັ້ງໄດ້ໃຫ້ຄໍາໝັ້ນສັນຍາຍົກລະດັບທີ່ CAEXPO 2023 ເຊິ່ງຄາດຄະເນວ່າຈະຈັດຂຶ້ນໃນເດືອນກັນຍານີ້.
ໂດຍຮັບຮູ້ວ່າ ງານຕະຫຼາດນັດຈີນ-ອາຊຽນ (CAEXPO) ມີບົດບາດສຳຄັນ, ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ໂຄສະນາເຄື່ອງໝາຍການຄ້າສິນຄ້າໄປຍັງຕະຫຼາດພາກໃຕ້ຂອງຈີນ, ທັງເປັນການສົ່ງອອກສູ່ຈີນ ໃຫ້ຫຼາຍກວ່າອີກ.
ໂດຍ: ຈາງຫງວຽນ