ຕາມທ່ານເລຂາທິການໃຫຍ່ອາຊຽນ ແລ້ວ, ທ່ານໄດ້ອ່ານຫຼາຍຂໍ້ມູນກ່ຽວກັບການຫັນປ່ຽນຢ່າງວ່ອງໄວ ແລະບັນດາຜົນງານພັດທະນາກະໂດດຂັ້ນຂອງຫວຽດນາມ ໃນຊຸມປີຜ່ານມາ. ດ້ວຍພົນລະເມືອງປະມານ 100 ລ້ານຄົນ, ຢືນອັນດັບທີ 3 ໃນບັນດາປະເທດອາຊຽນ (ຖັດຈາກ ອິນໂດເນເຊຍ ແລະຟີລິບປິນ), ຫວຽດນາມ ມີກໍາລັງບົ່ມຊ້ອນດ້ານເສດຖະກິດທີ່ເຂັ້ມແຂງ, ດຶງດູດການລົງທຶນຫຼາຍ ແລະສັງຄົມພັດທະນາຢ່າງວ່ອງໄວ. ຫວຽດນາມ ໄດ້ ແລະພວມແມ່ນໜຶ່ງໃນບັນດາປະເທດອາຊຽນທີ່ໄດ້ດຶງດູດຄວາມສົນໃຈຫຼາຍໃນຂົງເຂດການລົງທຶນ, ການທ່ອງທ່ຽວ ແລະການແລກປ່ຽນການຄ້າ.

leftcenterrightdel
ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວຂ້ອງເຖິງກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 9-11 ພຶດສະພາ ຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Labuan Bajo, ອິນໂດເນເຊຍ, ໃນນັ້ນມີຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ທ່ານ Kao Kim Hourn ໃຫ້ຮູ້ວ່າ ເຫດການນີ້ຈະສຸມໃສ່ປຶກສາຫາລືບັນດາບັນຫາພາຍໃນກຸ່ມ. ກອງປະຊຸມຈະປຶກສາຫາລືກ່ຽວກັບການສ້າງປະຊາຄົມອາຊຽນ, ການເຊື່ອມໂຍງພາກພື້ນ ແລະບັນດາບຸລິມະສິດຂອງປະທານອາຊຽນ ປີ 2023. ບັນດາການນຳຈະພົບປະກັບຄະນະຜູ້ແທນຂັ້ນສູງກ່ຽວກັບວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025 (HLTF-ACV) ແລະໃຫ້ຄໍາເຫັນແນະນໍາແນໃສ່ສ້າງວິໄສທັດຍຸດທະສາດຮອດປີ 2045.

ນອກຈາກໂຄງການດໍາເນີນງານກ່ຽວກັບເສດຖະກິດ, ການພັດທະນາເສດຖະກິດດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກອງປະຊຸມ ກໍ່ຈະປຶກສາຫາລືກ່ຽວກັບການຊຸກຍູ້ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ດ້ວຍ 4 ຂົງເຂດຕົ້ນຕໍ, ຄື: ການຮ່ວມມືດ້ານເດີນທະເລ, ການເຊື່ອມຕໍ່, ບັນດາເປົ້າໝາຍພັດທະນາແບບຍືນຍົງ, ເສດຖະກິດ ແລະຂົງເຂດຮ່ວມມືອື່ນໆ.

ທ່ານ Teuku Faizasyah ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ໃຫ້ຮູ້ວ່າ “ເລື່ອງລັດຖະບານ ແລະພາກເອກະຊົນຮ່ວມມືກັນແນໃສ່ຮັບມືກັບບັນດາສິ່ງທ້າທາຍ ແລະການຂາດສະຖຽນລະພາບທີ່ແຕກຕ່າງກັນ, ທັງຢູ່ໃນພາກພື້ນ ແລະທົ່ວໂລກ, ແມ່ນສິ່ງບໍ່ອາດຫຼີກລ່ຽງໄດ້”.

ໂດຍ: ເຈິ່ນຮວ່ຽນ