ເອກອັກຄະລັດຖະທູດ ຫວູໂຮ່: ອາຊຽນ ຮ່ວມແຮງຮ່ວມໃຈຊຸກຍູ້ການຟື້ນຟູເສດຖະກິດຕາມທິດຍືນຍົງ ແລະກວມລວມ
ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ASEAN ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງກອງປະຊຸມ, ເນື້ອໃນທີ່ໄດ້ນຳມາປຶກສາຫາລື, ເອກະສານຕ່າງໆທີ່ຈະໄດ້ຮັບຮອງເອົາ ແລະການປະກອບສ່ວນຂອງຫວຽດນາມ ໃນການເຄື່ອນໄຫວລວມຂອງອາຊຽນ.
ເມື່ອແບ່ງປັນກ່ຽວກັບຄວາມໝາຍ ແລະສະພາບການຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ເຊິ່ງຈະດຳເນີນແຕ່ວັນທີ 9 ພຶດສະພາ ຫາວັນທີ 11 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໃຫ້ຮູ້ວ່າ ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຢູ່ Labuan Bajo - ເຊິ່ງເປັນເກາະໜຶ່ງຢູ່ຫ່າງຈາກນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ຫຼາຍພໍສົມຄວນ, ເງື່ອນໄຂພັດທະນາ ແລະພື້ນຖານໂຄງລ່າງຍັງຈຳກັດຢູ່ ແຕ່ມີກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຢ່າງໃຫຍ່ຫຼວງ.
    |
 |
ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ASEAN. ພາບ: ສໍານັກຂ່າວສານຫວຽດນາມ |
ເລື່ອງອິນໂດເນເຊຍ - ປະທານອາຊຽນ 2023 ເລືອກຈັດກອງປະຊຸມຢູ່ສະຖານທີ່ແຫ່ງນີ້ ກໍເປັນການສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງບັນດາປະເທດສະມາຊິກ ກໍຄື ການຮ່ວມແຮງຮ່ວມໃຈໃນການຊຸກຍູ້ການຟື້ນຟູພື້ນຖານເສດຖະກິດຕາມທິດຍືນຍົງ ແລະກວມລວມ. ດ້ວຍຫົວຂໍ້ “ອາຊຽນ ພາກພື້ນທີ່ຈຸດໃຈກາງຂອງການເຕີບໂຕ”, ກອງປະຊຸມຄັ້ງນີ້ ຈະສະແດງຄວາມປາດຖະໜາ ແລະຄວາມມານະພະຍາຍາມຂອງບັນດາປະເທດສູ້ຊົນນຳ ອາຊຽນ ກາຍເປັນໃຈກາງ, ກຳລັງໜູນຂອງການເຕີບໂຕ ດ້ວຍບົດບາດນຳພາໃນວິວັດທະນາການຮ່ວມມື ແລະຮ່ວມສຳພັນເຂດ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍລວມ ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.
ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ກອງປະຊຸມສຸດຍອດຄັ້ງນີ້ ຄາດວ່າຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ລວມທັງ 3 ຂົງເຂດເສົ້າຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ຂອງປະຊາຄົມອາຊຽນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ