ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 11 ໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມື ແລະພັດທະນາເສດຖະກິດ OECD (SEARP) ຈັດຂຶ້ນໃນວັນທີ 26 ເມສາ ຢູ່ນະຄອນຫຼວງປາຣີ, ຝະລັ່ງ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນມິງຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະທ່ານ Brendan Pearson ເອກອັກຄະລັດຖະທູດ, ຫົວໜ້າຄະນະອົດສະຕາລີ ປະຈຳ OECD ໃນຖານະເປັນປະທານຮ່ວມໂຄງການ SEARP.

leftcenterrightdel
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 11 ໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມື ແລະພັດທະນາເສດຖະກິດ OECD. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາສະມາຊິກ OECD ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດໂລກ ມີການເຕີບໂຕຊ້າລົງ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບການຟື້ນຟູ ແລະພັດທະນາເສດຖະກິດ. ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນບຸລິມະສິດແຖວໜ້າ ໃນການຜັນຂະຫຍາຍຍຸດທະສາດທົ່ວໂລກຂອງ OECD. ບັນດາປະເທດສະມາຊິກ OECD ສະແດງຄວາມປາດຖະໜາຢາກນຳການພົວພັນຄູ່ຮ່ວມມື OECD ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂຶ້ນສູ່ລະດັບສູງໃໝ່ ໃຫ້ສົມກັບບົດບາດສຳຄັນຂອງພາກພື້ນ ນັບທັງທາງດ້ານຍຸດທະສາດ ແລະກຳລັງບົ່ມຊ້ອນພັດທະນາເສດຖະກິດ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ