ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະ, ທ່ານ ເຈິ່ນຮົ່ງຮ່າ ຖືວ່າ ຄວນມີກອບນິຕິກໍາທົ່ວໂລກ ອີງໃສ່ວິທະຍາສາດເພື່ອກໍານົດທິດທາງຈັດທຳບັນດາການເຄື່ອນໄຫວຂຸດຄົ້ນ, ນໍາໃຊ້ແບບຍືນຍົງ, ຟື້ນຟູແຫຼ່ງນໍ້າ, ພ້ອມທັງສ້າງຕັ້ງບັນດາສູນວິທະຍາສາດ ແລະເຕັກໂນໂລຢີໃນທົ່ວໂລກ, ພາກພື້ນກ່ຽວກັບນໍ້າໂດຍໄວ; ສ້າງເຄືອຂ່າຍເລັ່ງ ແລະວັດແທກ, ພັດທະນາພື້ນຖານຂໍ້ມູນກ່ຽວກັບນໍ້າ; ວາງແຜນຂຸດຄົ້ນນໍາໃຊ້, ປັບປຸງຄຸນນະພາບແຫຼ່ງນໍ້າໃຫ້ບັນດາແມ່ນໍ້າຂ້າມຊາຍແດນ.

ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີສ້າງຕັ້ງບັນດາອົງການຈັດຕັ້ງຂຶ້ນກັບ ສປຊ, ຄື: ຄະນະກໍາມະການວິທະຍາສາດກ່ຽວກັບນໍ້າຂ້າມຊາຍແດນ, ສະພາແມ່ນໍ້າສາກົນ; ສ້າງຕັ້ງກອງທຶນການເງິນຫຼົ້ງແມ່ນໍ້າຂ້າມຊາຍແດນ ຫຼື ເປີດກວ້າງພາລະບົດບາດການເງິນຫຼົ້ງແມ່ນໍ້າໃຫ້ກອງທຶນສິ່ງແວດລ້ອມທົ່ວໃລກ. ທ່ານ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຕ້ອງສ້າງຕັ້ງມາດຕະຖານຄຸນສົມບັດສັງຄົມໃນການພົວພັນ, ການປະພຶດຕໍ່ກັບຊັບພະຍາກອນນໍ້າ, ພິເສດແມ່ນນໍ້າຂ້າມຊາຍແດນຕາມຫຼັກການຍຸຕິທຳ, ສະເໝີພາບ, ເໝາະສົມ, ເຄົາລົບນັບຖືສິດ ແລະຜົນປະໂຫຍດຂອງບັນດາປະເທດໃນຫຼົ້ງແມ່ນໍ້າ”.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມນໍ້າ ສປຊ ປີ 2023. ພາບ: baochinhphu.vn

ທ່ານ ເຈິ່ນຮົ່ງຮ່າ ຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ໃນການຮ່ວມມືກັບບັນດາປະເທດກ່ຽວກັບການແລກປ່ຽນ, ແບ່ງປັນຄວາມຮູ້, ບົດຮຽນໃນການຄຸ້ມຄອງ, ຂຸດຄົ້ນ ແລະນໍາໃຊ້ຊັບພະຍາກອນນໍ້າ; ເຂົ້າຮ່ວມບັນດາລາຍການກະທໍາ, ຂໍ້ລິເລີ່ມຮ່ວມມືກ່ຽວກັບນໍ້າ, ຄວາມໝັ້ນຄົງແຫຼ່ງນໍ້າ; ເພີ່ມທະວີການຮ່ວມມື ແລະແບ່ງປັນຂໍ້ມູນຂ່າວສານຂ້າມຊາຍແດນ, ເປັນຕົ້ນແມ່ນກັບບັນດາປະເທດທີ່ມີແຫຼ່ງນໍ້າລວມ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມທົ່ວໂລກເພື່ອໂລກພັດທະນາແບບຍືນຍົງ.

ໂດຍ: ຈາງຫງວຽນ