ຄຳກ່າວປາໄສດັ່ງກ່າວໂດຍທ່ານນາງ Retno Marsudi ຍົກອອກມາທີ່ການພົບປະກັບຄູ່ຕຳແໜ່ງມາເລເຊຍ ທ່ານ Zambry Abdul Kadir ຢູ່ນະຄອນຫຼວງຈາກາຕາ. ອິນໂດເນເຊຍ ຈະເລີ່ມຮັບດຳລົງຕຳແໜ່ງເປັນປະທານໝູນວຽນ ອາຊຽນໃນປີ 2023 ພາຍຫຼັງສິ້ນສຸດການດຳລົງຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນເດືອນພະຈິກ ປີນີ້.

leftcenterrightdel
ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພະນົມເປັນ (ກຳປູເຈຍ) ໃນພິທີມອບຮັບບົດບາດເປັນປະທານອາຊຽນ ຈາກກຳປູເຈຍ ໄປສູ່ອິນໂດເນເຊຍ ໃນເດືອນພະຈິກ ຜ່ານມາ, ທ່ານນາງ Retno Marsudi ໃຫ້ຮູ້ວ່າ ເມື່ອດຳລົງຕຳແໜ່ງເປັນປະທານອາຊຽນ 2023, ອິນໂດເນເຊຍ ຈະສວມບົດບາດຫຼັກແຫຼ່ງແກ່ນສານໃນການສ້າງໂຄງການດຳເນີນງານ ໃຫ້ແກ່ກອງປະຊຸມນັບຮ້ອຍຄັ້ງໃນປີປະທານອາຊຽນ. ດ້ວຍຫົວຂໍ້ “ອາຊຽນ: ຂອບຂະໜາດ - ຈຸດໃຈກາງຂອງການເຕີບໂຕ”, ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍຄວບຄູ່ເພື່ອຮັບມືກັບສິ່ງທ້າທາຍໃຫຍ່ທີ່ສຸດສອງຢ່າງຂອງອາຊຽນ ໃນປັດຈຸບັນແມ່ນ ບໍ່ຖືກໜີບໃນການແກ່ງແຍ້ງກັນລະຫວ່າງບັນດາປະເທດມະຫາອຳນາດ ແລະສຸມໃສ່ຟື້ນຟູເສດຖະກິດໃນພາກພື້ນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ