ເວທີປາໄສ ARF ສວມບົດບາດສໍາຄັນໃນການເຈລະຈາຄວາມໝັ້ນຄົງ ແລະການຮ່ວມມືພາກພື້ນ
ກປ.ອອນໄລ - ຕອນບ່າຍວັນທີ 30 ພະຈິກ ແລະວັນທີ 1 ທັນວາ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຫະພາບເອີລົບ (EU), ອົດສະຕາລີ, ນິວຊີແລນ ຮ່ວມກັນຈັດຕັ້ງກອງປະຊຸມສໍາມະນາຄັ້ງທີ 4 ຂອງເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບການນຳໃຊ້ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະບັນດາເອກະສານນິຕິກໍາສາກົນອື່ນໃນການຮັບມືກັບສິ່ງທ້າທາຍທີ່ກໍາລັງເກີດຂຶ້ນຢູ່ທະເລ.
ກ່າວຄໍາເຫັນໄຂພິທີ, ທ່ານ ຫງວຽນມິງຫວູ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາສູງບົດບາດສໍາຄັນຂອງ UNCLOS 1982 - ເຊິ່ງເປັນລັດຖະທໍາມະນູນກ່ຽວກັບທະເລ ແລະມະຫາສະໝຸດ, ໂດຍສະເພາະແມ່ນໃນສະພາບການທີ່ນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນໃນການແກ້ໄຂບັນດາບັນຫາຢູ່ທະເລ, ຮຽກຮ້ອງຕ້ອງມີການຮ່ວມມືສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.
    |
 |
ບັນຍາກາດທີ່ເວທີປາໄສ. ພາບ: cand.com.vn |
ແບ່ງປັນທັດສະນະກັບຫວຽດນາມ, ທ່ານນາງ Georgina Roberths ຫົວໜ້າ SOM ARF ຂອງນິວຊີແລນ ໄດ້ຍົກໃຫ້ເຫັນຄຸນຄ່າຂອງທະເລ ແລະມະຫາສະໝຸດ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງພາກພື້ນ, ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ສ່ວນທ່ານ Thomas Wiersing ຮອງຫົວໜ້າຄະນະຜູ້ຕາງໜ້າອີຢູ ປະຈໍາ ຫວຽດນາມ ກໍໄດ້ເນັ້ນໜັກເຖິງບົດບາດນໍາພາຂອງອາຊຽນ ໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ.
ຄຽງຂ້າງນັ້ນ, ອີຢູ ກໍສະໜັບສະໜູນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີຄຸນຄ່າແທດຈິງ ແລະມີຂໍ້ຜູກມັດດ້ານນິຕິກໍາໃຫ້ສໍາເລັດໂດຍໄວ. ທ່ານ Mark Tattersall ອຸປະທູດຊົ່ວຄາວຂອງສະຖານທູດ ອົດສະຕາລີ ປະຈໍາ ສສ ຫວຽດນາມ ກໍເຊີດຊູບົດບາດສໍາຄັນຂອງເວທີປາໄສ ARF ໃນການເຈລະຈາກ່ຽວກັບຄວາມໝັ້ນຄົງ ແລະການຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ; ຕີລາຄາສູງກອງປະຊຸມສໍາມະນາຄັ້ງນີ້ວ່າ ຂອບເຂດຂອງການປຶກສາຫາລືໄດ້ກວມເອົາຫຼາຍຂົງເຂດດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້, ຊ່ຽວຊານດ້ານ ກົດໝາຍທະເລແຖວໜ້າຂອງພາກພື້ນ ແລະສາກົນ.
ໂດຍ: ໄຊຊະນະ