ຕາມບົດຂຽນ, ມາຮອດປະຈຸບັນ, ບັນດານະໂຍບາຍເງິນຕາ ຂອງທະນາຄານແຫ່ງລັດຫວຽດນາມ ທີ່ຍົກອອກມາແມ່ນບັນລຸປະສິດທິຜົນດີພໍສົມຄວນ, ໄພເງິນເຟິ້ໄດ້ຮັກສາ ຢູ່ໃນລະດັບຕ່ຳກວ່າຫຼາຍປະເທດ. ປະຈຸບັນ, ໄທ ແມ່ນນັກລົງທຶນໃຫຍ່ອັນດັບທີ 9 ໃນຈຳນວນ 140 ປະເທດ ແລະເຂດແຄວ້ນເຂົ້າມາລົງທຶນຢູ່ຫວຽດນາມ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຕະຫຼາດຫວຽດນາມ ແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນໄທ ໃນກວ່າ 1 ທົດສະວັດຜ່ານມາ ແລະຄາດວ່າ, ການລົງທຶນຈະນັບມື້ນັບຫຼາຍຂຶ້ນໃນຊຸມປີຈະມາເຖິງ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ໜັງສືພິມໂລກ (die Welt) ຂອງເຢຍລະມັນ, ສະບັບອອກວັນທີ 9 ພະຈິກ,  ໄດ້ລົງພິມບົດຂຽນຍ້ອງຍໍນະໂຍບາຍ ຢ່າງມີປະສິດທິຜົນຂອງຫວຽດນາມ ໃນຊຸມປີຜ່ານມາ, ສ້າງສະພາບແວດລ້ອມແຫ່ງການດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ. ຕາມບົດຂຽນ, ຕົວຈິງໃຫ້ເຫັນວ່າ ຫວຽດນາມ ໄດ້ລົບລ້າງສະພາບອຶດຫິວທຸກຍາກ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ປະຈຸບັນແມ່ນໜຶ່ງໃນບັນດາປະເທດຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ດ້ວຍກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ ແລະບັນດາຜູ້ເຮັດວຽກງານຢ່າງດຸໝັ້ນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ