ສັບປະດາອາຊຽນ ຢູ່ຕວກກີ
ກປ.ອອນໄລ - ຕວກກີ ຖືອາຊຽນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຢູ່ພາກພື້ນອາຊີ-ປາຊີຟິກ. ນີ້ແມ່ນຄໍາກ່າວປາໄສຂອງທ່ານ Sedat Onal ຮອງລັດຖະມົນຕີການຕ່າງປະເທດຕວກກີ ທີ່ພິທີໄຂສັບປະດາອາຊຽນ ຢູ່ນະຄອນຫຼວງ Ankara ໃນວັນທີ 25 ຕຸລາ.
ທ່ານຮອງລັດຖະມົນຕີ Onal ຢືນຢັນວ່າ ອາຊຽນ ແມ່ນຮູບແບບທີ່ປະສົບຜົນສຳເລັດຂອງການຮ່ວມມືພາກພື້ນ ແລະແມ່ນໜຶ່ງໃນບັນດາຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງການເປັນເອກະພາບ, ຫຼາຍຮູບຫຼາຍແບບ. ເຈົ້າໜ້າທີ່ ຕວກກີ ສະແດງຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບອາຊຽນ ແລະບັນດາປະເທດສະມາຊິກສະເພາະບົນພື້ນຖານບັນດາເປົ້າໝາຍ ແລະຜົນປະໂຫຍດລວມ.
    |
 |
ທ່ານ Sedat Onal ຮອງລັດຖະມົນຕີການຕ່າງປະເທດຕວກກີ ເຂົ້າຮ່ວມກອງປະຊຸມຢູ່ Geneva, ສະວິດ, ເດືອນກັນຍາ 2018. ພາບ: AFP/ສໍານັກຂ່າວສານຫວຽດນາມ. |
ຕາມທ່ານ Sedat Onal, ແຕ່ປີ 2017 ເປັນຕົ້ນມາ, ຕວກກີ ແລະອາຊຽນ ໄດ້ລົງນາມກາຍເປັນຄູ່ຮ່ວມມືເຈລະຈາໃນພາກພື້ນ. ສອງຝ່າຍຍັງມີຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຮ່ວມມື. ນອກຈາກການຮ່ວມມືໃນຂົງເຂດວັດທະນະທໍາ ແລະການສຶກສາແລ້ວ, ຕວກກີ ຍັງປາດຖະໜາຢາກເພີ່ມທະວີການເຈລະຈາກັບອາຊຽນ, ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ.
ໃນຂະນະນັ້ນ, ປະທານຮັບຜິດຊອບປະຊາຄົມຊາວຕວກກີຢູ່ຕ່າງປະເທດ (YTB) Abdullah Eren ໃຫ້ຮູ້ວ່າ ສັບປະດາອາຊຽນ ຢູ່ຕວກກີ ໄດ້ຈັດຕັ້ງໃນເວລາ 4 ມື້ (ແຕ່ວັນທີ 25 ຮອດວັນທີ 28 ຕຸລາ) ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ, ໃນນັ້ນມີ ໄທ, ອິນໂດເນເຊຍ, ກໍາປູເຈຍ, ບຣຸໄນ, ຫວຽດນາມ, ສິງກະໂປ, ຟິລິບປິນ ແລະມາເລເຊຍ. ນີ້ແມ່ນໂອກາດເພື່ອໃຫ້ຕວກກີ ແລະບັນດາປະເທດອາຊຽນ ສາມາດຊອກຮູ້, ພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນໃນຂອບເຂດການທູດມະຫາຊົນ, ພ້ອມທັງເປີດໂອກາດຮ່ວມມື, ພັດທະນາຫຼາຍຢ່າງໃນອະນາຄົດ.
ໂດຍ: ໄຊນີດາ