leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 7, ວັນທີ 7 ກັນຍາ 2022. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕອບສຳພາດສື່ມວນຊົນທ້ອງຖິ່ນກ່ຽວກັບການຮ່ວມມືຂອງລັດເຊຍ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃນສະພາບການໃໝ່, ທ່ານ Kirill Barsky, ເອກອັກຄະລັດຖະທູດສະເພາະກິດຂອງກະຊວງການຕ່າງປະເທດລັດເຊຍ ຢູ່ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ຢັ້ງຢືນວ່າ ມົດສະກູ ຖືການພົວພັນຮ່ວມມືຍຸດທະສາດກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະບັນດາສະມາຊິກແຖວໜ້າຂອງອົງການນີ້ ເປັນສຳຄັນ.

ທ່ານເອກອັກຄະລັດຖະທູດ Kirill Barsky ເນັ້ນໜັກວ່າ ປະຈຸບັນ, ບຸລິມະສິດສຳລັບພາກພື້ນອາຊີ ໄດ້ຈະແຈ້ງກວ່າ, ການຮ່ວມມືກັບບັນດາປະເທດໃນພາກພື້ນສາມາດຕອບສະໜອງຜົນປະໂຫຍດຂອງລັດເຊຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ