ສຳລັບການຮ່ວມມືກັບຫວຽດນາມ, ປະຈຸບັນ ລາວ ໄດ້ເຊັນສັນຍາຊື້ຂາຍໄຟຟ້າກັບກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃນ 25 ໂຄງການດ້ວຍກໍາລັງຕິດຕັ້ງແມ່ນ 2.180MW, ໃນນ້ັນໄດ້ເລີ່ມສົ່ງອອກຢູ່ 3 ໂຄງການ, ລວມມີ, ເຊກະໝານ  1, ເຊກະໝານຊານໄຊ ແລະເຊກະໝານ 3 ດ້ວຍກຳລັງຕິດຕັ້ງແມ່ນ 572MW. 22 ໂຄງການທີ່ຍັງເຫຼືອຄາດວ່າ ຈະສຳເລັດໃນໄລຍະ 2022 – 2025 ແລະສົ່ງອອກໄຟຟ້າໄປຍັງຫວຽດນາມ ດ້ວຍກຳລັງຕິດຕັ້ງແມ່ນ 1.608MW.

ນອກຈາກນັ້ນຍັງມີ 8 ໂຄງການ ເຊິ່ງສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບລາຄາຊື້ຂາຍໄຟຟ້າດ້ວຍກຳລັງຕິດຕັ້ງແມ່ນ 1.814MW; 6 ໂຄງການແມ່ນເຫັນດີເປັນເອກະພາບກ່ຽວກັບຫຼັກການຊື້ຂາຍໄຟຟ້າຈາກລັດຖະບານຫວຽດນາມ ດ້ວຍກຳລັງຕິດຕັ້ງແມ່ນ 2.485MW; 8 ໂຄງການ EVN ໄດ້ເຊັນບົດບັນທຶກຊ່ວຍຈໍາກັບກຸ່ມບໍລິສັດອອກແບບ ແລະກໍ່ສ້າງຂົວທາງພົງສັບທະວີ ດ້ວຍກຳລັງຕິດຕັ້ງແມ່ນ 1.669,5MW. ເພາະສະນັ້ນ, ຕາມການຄາດຄະເນເຖິງປີ 2030, ຍອດປະລິມານໄຟຟ້າທີ່ ລາວ ຈະສົ່ງອອກໄປຂາຍໃຫ້ຫວຽດນາມ ແມ່ນບັນລຸ 8.148,5MW.

leftcenterrightdel
ພາບປະກອບຄັດຈາກ AP.

ໄປຄຽງຄູ່ກັບການສົ່ງອອກໄຟຟ້າໄປຍັງຫວຽດນາມ, ປະຈຸບັນ ປະລິມານໄຟຟ້າຂອງ ລາວ ກໍ່ໄດ້ສົ່ງອອກໄປຍັງກຳປູເຈຍ ບັນລຸ 445MW. ຕາມຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດໄຟຟ້າລະຫວ່າງສອງປະເທດ, ໃນປີ 2030 ລາວ ຈະສົ່ງອອກໄຟຟ້າໄປຍັງກຳປູເຈຍ ກວ່າ 6.000MW. ສອງປະເທດກໍ່ໄດ້ເຊັນສັນຍາຊື້ຂາຍໄຟຟ້າ (PPA) ຕື່ມອີກ.

ໃນໄລຍະຜ່ານມາ, ລັດຖະບານລາວ ກໍ່ສຸມໃສ່ຜັນຂະຫຍາຍຫຼາຍໂຄງການໄຟຟ້າໃນທົ່ວປະເທດເພື່ອແນໃສ່ປະຕິບັດຄວາມຫວັງຢາກກາຍເປັນແຫຼ່ງກຳລັງໄຟຟ້າຂອງອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນ, ປະເທດນີ້ເລີ່ມສົ່ງອອກໄຟຟ້າໄປຍັງຫຼາຍປະເທດໃນພາກພື້ນ, ຄື: ໄທ, ຈີນ ແລະສິງກະໂປ.

ໂດຍ: ແສງເດືອນ